วันพฤหัสบดีที่ 6 มีนาคม พ.ศ. 2557

ໂຄງສ້າງດ້ານຊົນເຜົ່າ

ໂຄງສ້າງດ້ານຊົນເຜົ່າ
  • ໃນປັດຈຸບັນ ສປປ ລາວ ມີ 1 ຊົນຊາດ ຄື ຊາດລາວມີ 49 ຊົນເຜົ່າມີ 114 ກວ່າ ເຜົ່າຊົນ ແລະ ມີ 4 ໝວດພາສາ ມີດັ່ງນີ້:
  • ໝວດທີ່ໃຊ້ພາສາຕະກູນ ລາວ-ໄຕ ຄື: ລາວຜູ້ໄທພວນໄທດຳໄທຂາວລື້ຍວນແຊກ,      ເມີ້ຍກະດາບຢັ້ງໂຢ້ຍຍໍ... ບັນດາຊົນເຜົ່າເຫຼົ່ານີ້ ສ່ວນຫຼາຍອາໄສຢູ່ຕາມເຂດລ້ອງແມ່ນ້ຳສາຍ
ຕ່າງໆ. ເປັນຕົ້ນແມ່ນລ້ອງແມ່ນ້ຳຂອງ​ ໂດຍກວມເອົາ 55% ຂອງຈຳນວນພົນລະເມືອງທັງໝົດໃນທົ່ວປະເທດ.
  • ໝວດທີ່ໃຊ້ພາສາຕະກູນ ມອນ-ຂະແມ: ປະກອບດ້ວຍເຜົ່າຂະມຸ(ກືມມຸ)ລະເມດລະເວນລະແວສ່ວຍມະກອງປະໂກະແຍະຍະເຫີນເຈັງສະລັກຕະໂອ້ຍ,ເມ່ືອງ(ມອນ)ຕຸມສະລາງຕີສີລາງວນງີ້ວ... ເຊິ່ງກວມອັດຕາສ່ວນ 27% ຂອງຈຳນວນປະຊາກອນທັງໝົດ ແລະ ອາໄສຢູ່ພູພຽງທາງພາກໃຕ້ ແລະ ຢູ່ລຽບສາຍພູຫຼວງເປັນສ່ວນຫຼາຍ.
  • ໝວດທີ່ໃຊ້ພາສາຕະກູນ ມົ້ງ-ຢ້າວ: ເຜົ່າມົ້ງ(ຂາວດຳລາຍແດງ...)ຢ້າວແລນແຕນ,ອາຂາປີລູໂອມາເອີຢາລູມາ... ເຊິ່ງອາໄສຢູ່ພູສູງທາງພາກເໜືອເປັນສ່ວນຫຼາຍ.
  • ໝວດທີ່ໃຊ້ພາສາຕະກູນ ຈີນ-ຕິເບດ: ກໍ້ກຸ່ຍສີດາພູນ້ອຍ,ມູເຊີຮາຍີໂລໂລຫໍ້... ເຊິ່ງອາໄສຢູ່ບັນດາແຂວງພາກເໜືອ ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດກັບຈີນ ແລະ ມຽນມາ( ຜົ້ງສາລີຫຼວງນ້ຳທາອຸດົມໄຊຫົວພັນ).
ນອກຈາກ 4 ໝວດພາສາດັ່ງກ່າວແລ້ວ ພົນລະເມືອງລາວຍັງປະກອບດ້ວຍຊາວຕ່າງດ້າວອີກຈຳນວນໜຶ່ງເຊັ່ນ: ຫວຽດນາມ,ຈີນໄທອິນເດຍ... ເປັນຕົ້ນ ເຊິ່ງສ່ວນຫຼາຍອາໄສຢູ່ຕາມຕົວເມືອງໃຫຍ່ ແລະ ມາຮອດ ປັດຈຸບັນ ຈຳນວນໜຶ່ງກໍໄດ້ປ່ຽນສັນຊາດ ເປັນພົນລະເມືອງລາວຢ່າງຖາວອນແລ້ວ.



ไม่มีความคิดเห็น:

แสดงความคิดเห็น