วันศุกร์ที่ 14 มีนาคม พ.ศ. 2557

ການທອດກະຖິນທອດ

     
ການທອດກະຖິນທອດໄດ້ພຽງແຕ່ປີລະ  ຄັ້ງເທົ່ານັ້ນ ທ່ານຈຶ່ງຈັດໃຫ້
ເປັນກາລະທານ        ໝາຍຄວາມວ່າ ການຖວາຍທານຕາມກາລະສະໄໝຄຳວ່າພິທີການທອດກະຖິນໝາຍຄວາມວ່າ ທຳພິທີເອົາຜູ້ທີ່ຕ້ອງການ
ເຮັດເປັນກຜ້າກະຖິນນັ້ນນຳໄປທອດໄວ້ ວາງໄວ້ຖ່າມກາງສົງ ເຈົ້າພາບບໍ່ໄດ້ຍົກຜ້າກະຖິນນັ້ນປະເຄນໃຫ້ ພຣະພິກຂຸ.
ຄຳວ່າ ກະຖິນເປັນຊື່ຂອງຂອບໄມ້ທີ່ຈະເອົາມາຂຶງເພື່ອເຮັດຈີວອນໃຫ້ໄດ້ຂະໜາດ ຮຽກຕາມຄວາມ ເດີມວ່າ ໄມ້ສະດຶງເນື່ອງຈາກການເຮັດຜ້າຈີວອນໃນສະໄໝພຸດທະການພຣະສົງໄດ້ເຮັດກັນເອງ ເພື່ອໃຫ້ງ່າຍຕໍ່ສະພາບຄວາມເປັນຢູ່ຂອງພຣະສົງທີ່ຢູ່ໂດຍປາສະຈາກພັນທະນາການຢູ່ແລ້ວແຕ່ຕ້ອງຖືກຕ້ອງຕາມ ພຣະວິໄນດ້ວຍພຣະສົງກໍຕ້ອງກະຂະໜາດຂອງຜ້າຈີວອນທີ່ຕ້ອງການກ່ອນດ້ວຍການເອົາໄມ້ກະຖິນ ເຊິ່ງ ເປັນໄມ້ທີ່ບໍ່ຕ້ອງຫ້າມມາຕັດກະໄວ້ດີແລ້ວ ຈຶ່ງເອົາຜ້າທີ່ຫາມາໄດ້ຈາກທີ່ຕ່າງໆ ມາແປະແລະຫຍິບຕໍ່ກັນໄປຈົນ ໄດ້ຕາມຖະໜາດນັ້ນ ວິທີຕັດກະແລະຫຍິບທັງໝົດ ທ່ານຮຽກວ່າການທຳຜ້າກະຖິນ ການທຳຜ້າກະຖິນນັ້ນ ຈຶ່ງຕ້ອງການພຣະສົງຕັ້ງແຕ່ ໕ອົງຂຶ້ນໄປຕຳກວ່ານັ້ນບໍ່ໄດ້ດ້ວຍເຫດວ່າມີພິທີການເຮັດຜ້າກະຖິນນັ້ນ ເປັນດັ່ງ ນີ້ ຄືວ່າ ພຣະພິກຂຸ  ອົງ ທຳໜ້າທີ່ຂຶງຜ້າຢູ່  ແຈຂອງໄມ້ສະດຶງອົງລະແຈ ອີກອົງໜຶ່ງທີໜ້າທີ່ຫຍິບຜ້າ.
ຄຳວ່າ ການເຮັດຜ້າກະຖິນ ກໍຄືກຳນົດເອົາຜ້າຈີວອນຜືນໃດຝືນໜຶ່ງຜ້າຈີວອນແມ່ນຫຍັງ ? ຜ້າຈີ ວອນນັ້ນເຮົາຮຽກເອົາຜ້າທັງໝົດທີ່ເປັນປັດໄຈສຳຄັນຂອງພຣະພິກຂຸຈີວອນໃນຄວາມໝາຍຂອງຜ້າ ກໍຄືໃນ ຮຽກຜ້ານຸ່ງຫົ່ມຂອງພຣະພິກຂຸທັງໝົດ ເຊິ່ງຮຽກຕາມພາສາປາລີວ່າຜ້າໄຕຣ ຫາກຮຽກຕາມຜາສາລາວວ່າ ຜາໄກຼ ຄຳວ່າ ຜ້າໄກຼ ຫຼືຜ້າໄຕຣ ກໍຕາມລ້ວນແຕ່ແປວ່າ ຜ້າ  ຜືນ ໃນຜ້າສາມຜືນນັ້ນມີຄືສັງຄາຕິອຸຕຕະຣະສັງຄັງອັນຕະຣະວະສັງສະກັງເມື່ອຮຽກຕາມພາສາລາວຮຽກວ່າ ຜ້າສັງຄາຜ້າຄຸມ ແລະຜ້າສະບົງການເຮັດກະຖິນນັ້ນທ່ານໃຫ້ເຮັດຜືນໃດຜືນໜຶ່ງໃນ  ຜືນກໍໄດ້ ຫຼືເຮັດທັງສາມຜືນກໍໄດ້ ທັງນີ້ແມ່ນອີງອາໄສ ເວລາ ແລະວັດຖຸພໍ,ແຕ່ເວລາອະທິຖານ ການ ແລະຄອງກະຖິນນັ້ນໃຫ້ກຳນົດເອົາສະເພາະຜ້າຜືນໃດ ຜືນໜຶ່ງໃນ  ຜືນ ທັງນີ້ແມ່ນເພື່ອປະໂຫຍດໃນການຖືຄອງກະຖິນແລະນອກຈາກນັ້ນເປັນພຽງແຕ່ຜ້າປະກອບ ຮຽກວ່າ ປະຣິຂະຣະໂຈຣັນຈະຄືຜ້າບໍຣິຂານ ທີ່ໃຊ້ປະກອບໃນຜ້າໄກຼ,ຫາກມີຜ້ານອກຈາກໄກຼທີ່ເປັນອົງກະ ຖິນແລ້ວ ໃຫ້ຮຽກວ່າຜ້າບໍຣິວານກະຖິນ ວັດຖຸເຄື່ອງທານໃນກອງກະ ຖິນ ຈະເປັນຫຍັງກໍຕາມນັບແຕ່ຕຽງ ເສື່ອ ສາດ ໝອນ ມຸ່ງໃຫ້ຮຽກວ່າ ບໍຣິວານກະຖິນ ຫຼືເຄື່ອງກອງກະຖິນ,ຄວາມສຳຄັນກໍເດັ່ນໄປໃນການໃຊ້ສອຍ ຕາມໜ້າທີ່ຂອງສິ່ງຂອງນັ້ນໆໄປ,ຄຳວ່າ ຜ້າຈີວອນ ໃນຄວາມໝາຍຂອງພິທີກັມນັ້ນຄືຊື່ຂອງພິທີເຮັດບຸນປະ ເພດໜຶ່ງ ເຊິ່ງມີພຣະບໍຣົມມະພຸດທານຸຍາດໃຫ້ທາຍົກທາຍິກາຜູ້ປັກກະຖິນໄວ້ແລ້ວ ຫຼືຜູ້ມີສັດທາຈະຖອດຜ້າ ກະຖິນແຕ່ມີຄວາມຈຳເປັນຢ້ານຢູ່ບໍ່ທັນຈົນຮອດການກະຖິນໄດ້ທອດຖວາຍກ່ອນອອກພັນສາ  ວັນນັບແຕ່ ອອກໃໝ່  ຄ່ຳຈົນຮອດເພັງ ໑໕ ຄ່ຳ ແຕ່ໃຫ້ຮຽກວ່າ ທອດຖວາຍຜ້າຈີວອນ ວິທີທຳກໍຕ້ອງທຳແບບກະຖິນ ຄືມີການອຸປະໂຫລກຜ້ານັ້ນການອະນຸຍາດນັ້ນຊົງອະນຸຍາດໃຫ້ບຸກຄົນເຫຼົ່ານີ້ຄື:
. ຄົນປ່ວຍໄຂ້ ຄົນຊະຣາການ ມີຄວາມວິຕົກກັງວົນຕົນວ່າ ຈະຢູ່ບໍ່ຮອດວັນທອດກະຖິນຈຶ່ງຂໍທອດ ກ່ອນກໍຊົງອະນຸຍາດ.
. ຂ້າຣັດຖະການ ທະຫານ ຕຳຫຼວດ ຊຶ່ງມີໜ້າທີ່ປົກປ້ອງປະເທດຊາດບ້ານເມືອງ ຫາກຖືກໃຫ້ຍ້າຍ ໄປຈຳການ ຫຼືໄປສູ້ຮົບຈັບເສີກ ຢ້ານວ່າກັບມາບໍ່ທັນວັນທອດກະຖິນກໍຊົງອະນຸຍາດໃຫ້ຖວາຍກ່ອນ.
ການຖວາຍຜ້າຈີວອນ ທ່ານຮຽກວ່າຜ້າກ່ອນກະຖິນປັດຈຸບັນຍັງມີການເຮັດຢູ່ເຂດສີພັນດອນ.
(
ແກ້ຂໍ້ສົງໄສ ວິນິດໄສຕາມຂໍ້ຊົງອະນຸຍາດທັງສອງປະການຂ້າງຕົ້ນນີ້ບໍ່ຮູ້ ຈຶ່ງມີຄວາມເຊື່ອຈົນເຂົ້າກະ ດູກດຳຂອງຄົນບາງກຸ່ມວ່າຍັງບໍ່ທັນເຖົ້າຫ້າມເຮັດກະຖິນ ຖາມເຂົາວ່າ ເປັນຫຍັງຈຶ່ງບໍ່ໃຫ້ເຮັດກໍໄດ້ຄຳ ຕອບແບບໜ້າສົງສານວ່າ ຢ້ານຕາຍໄປຮັບກອງບຸນການເຊື່ອແບບນີ້ ຖືວ່າເປັນການຕັດຮອນກຳລັງສັດທາ ໃນຜູ້ມີສັດທາ,ການຕັດກຳລັງທາງສາສະໜາເປັນການປະໝາດໃນຊີວິດ ແລະເປັນການຊີ້ທາງບາບ ຜູ້ແນະ ນຳແລະຜູ້ເຊື່ອຕາມຍ່ອມໄດ້ອະທິກັມທັງນັ້ນ).
ການເຮັດຜ້າກະຖິນ ໃນລັກສະນະນະເຊັ່ນນີ້ ຄືນັບແຕ່ຕັດຫຍິບຍ້ອມ ໃຫ້ສຳເຣັດລົງໃນວັນດຽວນັ້ນແມ່ນມີເປົ້າໝາຍໃຫ້ສົງພ້ອມພຽງກັນດ້ວຍຄວາມສາມັກຄີ ຮ່ວມໃຈກັນໃຫ້ເກີດຂຶ້ນແລ້ວໃນວັນນັ້ນ ແລະໃຫ້ສຳ ເລັດລົງໃນວັນນັ້ນ ຜ້າກະຖິນທ່ານຈຶ່ງຈັດເປັນ ມະຫາສາມັກຄີອີກທາງໜຶ່ງ ຮຽກວ່າສັງຄະສາມັກຄີ ການ ທອດຖວາຍຜ້າກະຖິນຈຶ່ງຈັດເຂົ້າໃນປະເພດສັງຄະທານສຳລັບໄມ້ສະດຶງ ທີ່ເປັນແມ່ແບບຂອງການຕັດຜ້າ ຈີວອນນັ້ນ ໃຫ້ເກັບມ້ຽນໄວ້ໃຊ້ໃນປີຕໍ່ໄປແຕ່ການເກັບຮຽກສາຈົນໃຫ້ເປັນຮູບຮ່າງໄວ້ນັ້ນແມ່ນໃຫ້ເກັບໄວ້ຈົນຮອດ ເດືອນ ໔ ເພັງແລ້ວຈຶ່ງທຳການຮື້ຖອນ ວິທີນີ້ຈຶ່ງຮຽກວ່າ ເດາະສະນັ້ນຄຳວ່າ ກະຖິນເດາະ ຫຼືເດາະກະຖິນ ໝາຍເຖິງການຮື້ໄມ້ແບບເພື່ອເກັບໄວ້ໃຊ້ໃນໂອກາດໜ້າ.
ກະຖິນນັ້ນເປັນຊື່ຂອງຜ້າ ແລະຕ້ອງເຮັດໃນເຂດທີ່ຊົງກຳນົດເວລາ ເຮັດກ່ອນຫຼືຫຼັງເຂດກຳນົດ ບໍ່ຖືວ່າ ຜ້າກະຖິນການທອດຖວາຍຜ້າກະຖິນກຳນົດໃຫ້ເຮັດພຽງ  ເດືອນເທົ່ານັ້ນ ຄື ແຮມ  ຄ່ຳເດືອນ ໑໑ ຈົນຮອດຂຶ້ນ ໑໒ ຄ່ຳ ເດືອນ ໑໒ ທີ່ເມືອງລາວໃນຈຳກັນງ່າຍໆ ຄື ນັບແຕ່ມືຊ່ວງເຮືອປາກເຊຫຼືຊ່ວງເຮືອວຽງຈັນ ໄປຈົນຮອດວັນບຸນທາດຫຼວງວັນສຸດທ້າຍ ນອກນັ້ນເລີຍເຂດກະຖິນ,ຜ້າທີ່ນຳເອົາເຮັດຜ້າກະຖິນໄດ້ຊົງມີອະນຸຍາດດັ່ງນີ້:
. ຜ້າໃໝ່ (ຄືຜ້າໃໝ່ໆຍັງບໍ່ທັນໄດ້ຕັດຍ້ອມ ແລະຫາມາໃໝ່ໆ).
. ຜ້າທຽມໃໝ່ (ຄືຜ້າທີ່ທີ່ຮັກສາໄວ້ນານແລ້ວທີ່ຍັງບໍ່ທັນໃຊ້,ຜ້າໃຊ້ແລ້ວທັງເກົ່າດ້ວຍ ແຕ່ນຳມາຊັກ ຟອກຍ້ອມໃໝ່)
. ຜ້າບັງສະກຸນ (ຄືຜ້າທີ່ເຂົາຖິ້ມແລ້ວຜ້າເປື້ອນດ້ວຍຝຸ່ນຜ້າຫໍ່ສົບ ໄດ້ມາແລ້ວເອົາມາຊັກຟອກ ແລະ ຍ້ອມ).
. ຜ້າຕົກຕາມຮ້ານ (ໝາຍເອົາຜ້າທີ່ເຂົາຂາຍໃນຕລາດ ມີລັກສະນະ ໒ ແບບ ຄື ຜ້າທີ່ຕັດຫຍິບສຳເຣັດ ຮູບແລ້ວ,ແລະຜ້າທີ່ຍັງບໍ່ທັນຕັດສຳເຣັດຮູບ).
ຜູ້ທີ່ຈະຖວາຍຜ້າກະຖິນ ຫຼືຜູ້ທີ່ເຮົາຮຽກວ່າ ເຈົ້າພາບກະຖິນນັ້ນບໍ່ມີກຳນົດວ່າເປັນໃຜ ? ບໍ່ກຳນົດອາ ຍຸໄດ້ແກ່ນັບຕັ້ງແຕ່ຜູ້ໃຫຍ່ຮອດເດັກນ້ອຍທີ່ຮູ້ຄວາມແລ້ວ,ບໍ່ກຳນົດຖານະທາງຊົນຊັ້ນ ນັບຕັ້ງແຕ່ຄົນທຸກເສັຍອົງຄະສາງ ຄົນຮັ່ງມີສີສຸກ ເສດຖີມີຮັ່ງ ຈົນຮອດຜູ້ນຳຂັ້ນສູງສະໄໝບູຮານຄືຮອດພະຍາຣາຊາ ແລະພຣະພິຂຸສົງແລະສາມະເນນເອງກໍເປັນເຈົ້າສັດທາຖວາຍໄດ້.
ກະຖິນເປັນບຸນກິຣິຍາວັດຖຸ ໝາຍຄວາມວ່າການຖວາຍຜ້າກະຖິນະທານ ແກ່ພຣະພິກຂຸຜູ້ຈຳພັນສາ ການຖ້ວນໄຕຣມາດຄົບ ໓ ເດືອນເພື່ອສົງເຄາະອະນຸເຄາະ ຜູ້ປະພຶດດີ ປະຕິບັດຊອບໃຫ້ມີຜ້ານຸ່ງຫົ່ມໃໝ່ຈະໄດ້ຜັດປ່ຽນຂອງເກົ່າທີ່ຂາດເສັຍການທຳບຸນດ້ວຍຜ້າກະຖິນ ຫຼືຮຽກວ່າທອດກະຖິນ ຄື ເຈົ້າພາບຖືຜ້າໄວ້ກ່າວຄຳຖວາຍຜ້າໃຫ້ເປັນຜ້າກະຖິນແລ້ວນຳເອົາຜ້າໄປວາງລົງທ່າມກາງພິກຂຸສົງ ພຣະພິກຂຸທີ່ລົງມະຕິກັນເອງຕາມພຣະວິໄນແລ້ວກ່າວຄຳອຸປະໂລກະນະກັມ(ອຸປະໂລກຜ້າກະຖິນ) ໝາຍຄວາມວ່າທຳໃຫ້ຜ້ານັ້ນ ເປັນຜ້າກະຖິນຕາມພຣະທັມມະວິໄນ ເຊິ່ງເປັນໜ້າທີ່ຂອງພຣະພິກຂຸໂດຍສ່ວນດຽວຕໍ່ແຕ່ນີ້ໄປຍາດໂຍມບໍ່ໄດ້ມີສ່ວນກ່ຽວຂອງແລ້ວ ຖືເປັນວຽກຂອງສົງ,ລັກສະນະເຊັ່ນນີ້ ຮຽກວ່າສັງຄະກັມເປັນອັນວ່າແລ້ວວຽກການທອດກະຖິນສຳລັບສຳລັບຍາດໂຍມແລ້ວ.
ສຳລັບຍາດໂຍມ ນຶກວ່າການເຮັດຜ້າກະຖິນເປັນເລື່ອງຍາກກໍບໍ່ຍາກປານໃດສຳລັບປັດຈຸບັນ ເພາະມີ ສັງຄາມະຕິ ແລະຊົງອະນຸຍາດໃຫ້ເຮັດໄດ້ຫຼາຍວີທິເຊັ່ນ ການເລືອກຜ້າການຫາຜ້າ,ກຳນົດອາຍຸ ແລະຊົນຊັ້ນ ຕະຫຼອດວິທິເຮັດນັ້ນກໍມີດັ່ງນີ້:
. ເຮັດເປັນຜ້າມະຫາກະຖິນ(ຕັ້ງກອງມະຫາທານອັນໃຫຍ່ມີບໍຣິຂານ ແລະບໍຣິວານອັນຫຼາຍ ແລະຊັກຊວນອວນຮຽກພີ່ນ້ອງລູກຫຼານທັງຢູ່ໃກ້ຢູ່ໃກມາຮ່ວມເປັນເຈົ້າພາບ ຮ່ວມອະນຸໂມທະນາ ຫ້າງຫາກະກຽມຫຼາຍວັນ)
. ຈຸລະກະຖິນ ຫຼືກະຖິນ(ຄືກະຖິນທີ່ບໍ່ໄດ້ກະກຽມຟ້າວເຮັດຟ້າວທຳໃຫ້ແລ້ວໃນມື້ໜຶ່ງວັນດຽວ ຈະມີບໍລິ ວານ ຫຼືບໍລິຂານຫຼາຍນ້ອຍພຽງໃດກໍໄດ້ ຂໍພຽງແຕ່ໃຫ້ມີຜ້າຈີວອນ ໑ ຜືນຂຶ້ນໄປເປັນອັນໃຊ້ໄດ້ ພ້ອມທັງບໍລິວານ ທີ່ຫາໄດ້).
. ກະຖິນສາມັກຄື(ຄືກັບຜ້າມະຫາກະຖິນທຸກຢ່າງຕ່າງແຕ່່ວ່າມີເຈົ້າພາບຫຼາຍຄົນ ຈະເປັນບຸກຄົນ ຫຼືອົງກອນຍ່ອມໄດ້ທັງນັ້ນ)
. ກະຖິນຕົກຄ້າງ (ຈະເຮັດແບບໃດກໍໄດ້ໃນ ໓ ແບບທີ່ວ່າມາພຽງແຕ່ວ່າວັດທີ່ໄປທອດນັ້ນບໍ່ມີໃຜປັກກະ ຖິນໄວ້ກ່ອນຫຼືວ່າປີນີ້ບໍ່ມີເຈົ້າພາບໃດມາທອດແນ່ນອນ ກໍໄປທອດຖວາຍວັດນັ້ນ ແມ່ນວິທີການແກ້ໄຂກະຖິນ ຕົກຄ້າງ).
ກະຖິນເປັນຊື່ຂອງສັງຄະກັມ ຄືກິດຈະກັມຂອງສົງ(ສົງໝາຍເຖິງໝູ່ ເຖິງຄະນະ) ຕ້ອງມີການສູດ ການ ປະກາດ ຄວາມເຫັນຊອບຈາກທີ່ປະຊຸມສົງໃນການທີ່ຈະມອບຜ້າກະຖິນໃຫ້ແກ່ພຣະພິກຂຸອົງໃດອົງໜຶ່ງ ເມື່ອທຳຈີວອນສຳເຣັດແລ້ວດ້ວຍຄວາມຮ່ວມມືຂອງພິກຂຸສົງທັງຫຼາຍ(ດຽວນີ້ພຣະສົງບໍ່ໄດ້ຕັດຜ້າຈີວອນເອງ)ເພື່ອ ຈະໄດ້ເປີດໂອກາດຂະຫຍາຍເວລາໃຫ້ພຣະພິກຂຸອົງອື່ນເຮັດ ຫຼືຮັບຈີວອນໄດ້ອີກ ຈຶ່ງມີພຸດທານຸຍາດໃຫ້ຂະ ຫຍາຍເວລາໄປຮອດເດືອນ ໔ ເພັງທັງນີ້ກໍເພາະສະໄໝພຸດທະການນັ້ນການຫາຜ້າມາເຮັດຈີວອນ ແມ່ນຫາ ກັນໄດ້ໂດຍຍາກ ແລະກໍບໍ່ຊົງອະນຸຍາດໃຫ້ພິກຂຸສະສົມຜ້າໄວ້ເກີນ ໑໐ ວັນ ແຕ່ເມື່ອພຣະພິກຂຸອົງໃດ ໄດ້ຊ່ວຍ ກັນທຳຈີວອນ ຄືຮ່ວມສັງຄະກັມ ຫຼືຮ່ວມອະນຸໂມທະນາກະຖິນ ຊົງອະນຸຍາດໃຫ້ສະແຫວງຫາຜ້າ ແລະເກັບ ສະສົມຈີວອນໄດ້ຕົຈົນຕະຫຼອດລະດຸໜາວ ຈົນເຖິງ ໑໕ ຄ່ຳ ເດືອນ ໔ວິທີເກັບຜ້ານີ້ຊົງຮຽກວ່າ ວິກັບ ເລີຍ ຈາກເດືອນ ໔ ເພັງໄປໃຫ້ສະຫຼະຜ້າ ດ້ວຍການຖອນຜ້າຈາກຄວາມໝາຍຂ້າງເທິງນີ້ ມີຄວາມກ່ຽວຂ້ອງກັນ ຄື ເມື່ອສົງທຳສັງຄະກັມເຣື່ອງຜ້າກະຖິນແລ້ວສົງທຳການອະນຸໂມທະນາ ຄືສະແດງຄວາມຍິນດີ ວ່າໄດ້ການກະ ຖິນແລ້ວ,ຄຳວ່າການກະຖິນນັ້ນ ຄືການຄາດຜ້າ ກະຜ້າ ແລະທາບຜ້າລົງກັບໄມ້ ເພື່ອຕັດຫຍິບ ຍ້ອມເຮັດເປັນ ຜືນ ແລ້ວກຳນົດເອົາຜືນໃດຜືນໜຶ່ງໃນ ໓ ຜືນນັ້ນເຮັດເປັນກະຖິນ.
ຍັງມີຄຳອີກຄຳໜຶ່ງ ທີ່ເຮົາໄດ້ຍິນສະເໝີສຳລັບຜູ້ທີ່ຈະທອດກະຖິນ ຄື ການປັກກະຖິນ ຄືການ ຈ່ອງກະ ຖິນໝາຍເຖິງການສະແດງເຈດຈຳນົງວ່າຈະທອດກະຖິນໃນວັດນີ້ ຈະເປັນດ້ວຍວາຈາ ຫຼືດ້ວຍລາຍລັກອັກ ສອນແຕ່ເທົ່າທີ່ນິຍົມກັນນັ້ນແມ່ນດ້ວຍລາຍລັກອັກສອນ ຄືຂຽນເຈດຈຳນົງລົງໄປແລ້ວເອົາໄປຜິດປະກາດໄວ້ ໃນວັດບ່ອນທີ່ຄົນເຫັນງ່າຍ ຈະເປັນສາລາໂຮງທັມສິມ ກຸຕິເຈົ້າອາວາດ ເມື່ອຈ່ອງແລ້ວກໍຕ້ອງນຳຜ້າກະຖິນ ໄປທອດຖວາຍພາຍໃນກຳນົດເວລາ  ເດືອນ ຕາມກຳນົດທາງທັມວິໄນດັ່ງທີ່ກ່າວແລ້ວ.
ອີກຄຳໜຶ່ງ ທີ່ມັກໄດ້ຍິນໃນຂະນະທີ່ທອດກະຖິນນັ້ນ ຄືຄຳວ່າອະປະໂລກກະຖິນ ໝາຍເຖິງພຣະພິກຂຸອົງໃດອົງໜຶ່ງກ່າວຂຶ້ນໃນທີ່ປະຊຸມ ຖາມຄວາມເຫັນຊອບວ່າຄວນມີການການກະຖິນບໍຫຼືບໍ່ ? ເມື່ອເຫັນຊອບ ຮ່ວມກັນແລ້ວ ຄວນຖວາຍແກ່ພຣະພິກຂຸອົງໃດ ?ການປຶກສາຫາລືການຖາມຄວາມເຫັນເຊັ່ນນີ້ຮຽກວ່າອະປະ ໂລກ(ອ່ານວ່າ ອະ-ປະ-ໂຫຼກ) ເມື່ອອະປະໂລກແລ້ວ ກໍຕ້ອງສູດປະກາດເປັນການສົງ ຈຶ່ງຖືວ່າເປັນສັງຄະກັມ ຫຼືກະຖີນັຕຖາກິດ ດັ່ງທີ່ກ່າວໄວ້ແລ້ວ.
ມີຂໍສົງໄສອີກຢ່າງໜຶ່ງວ່າ ວັດທີ່ບໍ່ມີສິມທອດຖວາຍຜ້າກະຖິນໄດ້ບໍ ?ຄວາມຈິງແລ້ວການທອດກະຖິນ ນັ້ນຈະທອດທີ່ໃດກໍໄດ້ ທອດທີ່ວັດບ້ານ,ວັດປ່າສຳນັກສົງທີ່ບໍ່ແມ່ນວັດ ແຕ່ພຣະສົງໄປຈຳພັນສາຢູ່ ກໍຍ່ອມໄດ້ທັ້ງ ແຕ່ເວລາທຳສັງຄະກັມນັ້ນພຣະສົງກໍຕ້ອງໄປທຳກັນຢູ່ສິມ ຫຼືເຂດທີ່ສົງກຳນົດແລ້ວເຊັ່ນໄປສູດຢູ່ສິມໃນວັດ ທີ່ມີສິມ ຫຼືກຳນົດສະຖານທີ່ຕ່າງໆຕາມພຣະວິໄນກຳນົດ(ໃຫ້ເບິ່ງໃນພຣະວິໄນວ່າດ້ວຍສິມ)ທັງນີ້ກໍມີຄຳ ຖາມທີ່ວ່າວັດວັດບໍ່ມີພຣະມີແຕ່ສາມະເນນເດ ຖອດກະຖິນໄດ້ບໍ ? ຕ້ອງຕອບວ່າບໍ່ໄດ້ ເພາະວ່າ ຄຳວ່າ ພິກຂຸສົງ ຈຶ່ງໝາຍເຖິງພຣະພິກຂຸແຕ່  ອົງຂຶ້ນໄປແລ້ວວັດມີພຣະແຕ່  ອົງເດຖອດກະຖິນໄດ້ບໍ ? ກໍຕອບ ໃນທຳນອງດຽວກັນວ່າ ເພາະກະຖິນເປັນສັງຄະກັມຕ້ອງມີພຣະພິກຂຸສົງແຕ່  ອົງຂຶ້ນໄປ ແມ່ນແຕ່ມີພຣະ ເກີນ  ອົງແຕ່ວ່າພຣະສົງທີ່ອະທິຖານເຂົ້າພັນສາພຽງແຕ່ ໓ ອົງ ຫຼືພຣະສົງບາງອົງຂາດພັນສາກໍຖວາຍຜ້າ ກະຖິນບໍ່ໄດ້ ແຕ່ກໍມີການອະນຸໂລມເຮັດກັນມາ ເນື່ອງຈາກວ່າວັດບາງວັດດຽວນີ້ຫາພຣະເກີນຫ້າອົງຈຳພັນສາ ຍາກແລ້ວ.
ໃນປັດຈຸບັນນີ້ ມີຜູ້ຖວາຍຜ້າກະຖິນກັນຢ່າງແຜ່ຫຼາຍດ້ວຍປັດໄຈຫຼາຍປະການ ເຊັ່ນ ຄົນຮັ່ງມີຫຼາຍຂຶ້ນການຫາຜ້າໄດ້ງ່າຍຂຶ້ນ,ດັ່ງທີ່ກ່າວໄວ້ແລ້ວໃນຕອນຕົ້ນວ່າການຫານຜ້າມາເຮັດກະຖິນນັ້ນມີລັກສະນະເຊັ່ນ ໃດໂດຍສະເພາະແລ້ວແມ່ນການທີ່ຫາຜ້າມາເຮັດກະຖິນນັ້ນ ແມ່ນວ່າຫາຊື້ເອົາຕາມຮ້ານແມ່ນມີຫຼາຍ ການ ເຮັດຜ້າກະຖິນໃນເມື່ອກ່ອນຕ້ອງໄມ້ສະດຶງ ຈຶ່ງເລີກໃຊ້ກັນໄປໂດຍປະຣິຍາຍແລະອີກຢ່າງໜຶ່ງການນິຍົມກັນ ເຮັດບຸນກະຖິນຢ່າງແຜ່ຫຼາຍໃນທົ່ວປະເທດນັ້ນຖືເປັນປະເພນີນິຍົມທີ່ກໍ່ໃຫ້ເກີດມະຫາກຸສົນຫຼາຍຢ່າງ ໂດຍສະເພາະແລ້ວຖືເປັນການປົກປັກຮັກສາ ແລະສືບທອດຳພຣະພຸດທະສາສນາໃຫ້ຍືນຍົງສະຖາພອນໄປທົ່ວກາລະອາວະສານ ແລະການທອດກະຖິນຍັງເປັນການສ້າງສາທາລະນະປະໂຫຍດໃຫ້ແກ່ສາສນາ ກໍຄືຊາດ ໂດຍທີ່ປັດໃຈເງິນຄຳທີ່ໄດ້ຈາກການອະນຸໂມທະນາບຸນຂອງຍາດພີ່ນ້ອງນັ້ນ ຍັງໄດ້ເອົາໄປປະຕິສັງສອນວັດໂຮງຮຽນ ຂອງວັດ ຫຼືຂອງບ້ານໄດ້ ນັບວ່າພັດທະນາຊາດສາສນາໄປພ້ອມໆກັນ.
ສະນັ້ນຍາດໂຍມຜູ້ຫວັງຄວາມສຸກຄວາມຈະເລີນໃນໂລກນີ້ ຈົ່ງຂ້ຽວເຮັດຂ້ຽວທຳ ຄັນເຮົາໄປລໍເວລາ ກໍກາຍເປັນການປະໝາດໃນຊີວິດ ແລະຊັບສິນ ເພາະທຸກຢ່າງບໍ່ແນ່ນອນນັ້ນເອງ.


Description: https://www.blogger.com/blogger.g?blogID=593562663347888731#editor/target=post;postID=4487612615077214020;onPublishedMenu=draftposts;onClosedMenu=draftposts;postNum=1;src=postname 
ຄວາມໝາຍຂອງກະຖິນ:
ຄວາມໝາຍ: ພິທີເຮັດບຸນທອດກະຖິນ ເປັນງານບຸນທີ່ນິຍົມເຮັດກັນຂຶ້ນປີລະຄັ້ງ ທ່ານຈຶ່ງຈັດຂຶ້ນເປັນກາລະທານ ແປວ່າ ຖວາຍທານນີ້ຕາມກາລສມັຍ ຄືກຳນົດກາລ ທີ່ ພຸດທະບັນຍັຕໄວ້ພຽງ 1 ເດືອນທ້າຍຣະດູຝົນ.
ຄຳວ່າ ກະຖິນ ມີຄວາມໝາຍກ່ຽວຂ້ອງກັນຢູ່ຫຼາຍ ເຊິ່ງຄວາມໝາຍນັ້ນ ປາກົຕມີ ມາດ່ັງນີ້:
1/- 
ກະຖິນທີ່ເປັນຊື່ຂອງຂອບໄມ້: ຂອບໄມ້ແມ່ແບບສຳລັບເຮັດຈີວອນ ເຊິ່ງມີກາຣ ຮຽກກັນວ່າໄມ້ສະດຶງ ກໍມີເນື່ອງຈາກໃນສມັຍພຸດທະກາລກາຣກະທຳຈີ ວອນໃຫ້ມີຮູບລັກສະນະຕາມພຸດທະກຳນົດ ກະທຳໄດ້ໂດຍຢາກ ຈຶ່ງຕ້ອງໄດ້ຕີແບບ ຫຼືເຮັດຂອບໄວ້ກ່ອນ,ຄືເອົາມາເຮັດຂອບໄວ້ກ່ອນ ເພື່ອເປັນອຸປະກອນສຳ ຄັນ ໃນກາຣເຮັດຜ້ານຸ່ງ ຫຼື ຜ້າຫົ່ມຊ້ອນ ທັງສາມຢ່າງ ຮຽກຣວມກັນວ່າຈີວະຣັງ ໃນພາສາປາລີ ຫຼືຜ້າຈີວວອນ ໃນພາສາລາວແຕ່ຖ້າຈະຮຽກເປັນແຕ່ລະປະເພດແຍກອອກເປັນຜືນ ຕາມພາສາລາວຮຽກວ່າ
ຜ້າຄຸມ: ເປັນຜ້າສຳລັບຫົ່ມ ຫຼືຄຸມໂຕ ຈຶ່ງຮຽກວ່າຜ້າຄຸມ.
ຜ້າສັງຄາຕິ ຫຼືຮຽກວ່າ ສັງຄາຕ໌ ເປັນຜ້າຫົ່ມຊ້ອນເວລາໜາວ ຫຼືຜ້າປູນອນ ຫຼືໝູນຫົວ ແຕ່ປັຈຈຸບັນນີ້ ເຮົາຈະປາກົດເຫັນພຣະສົງນຳມາພາດບ່າ ຢ່າງດຽວ ບາງສຳນັກຖືກັນໜັກຖືກັນໜາວ່າເປັນຜ້າພິເສດ.
ຜ້າສະບົງ: ຄືຜ້ານຸ່ງ ມີຄວາມໝາຍດຽວກັບຄຳວ່າຜ້າສະໂລ້ງ ຂອງພໍ່ອອກ ນຸ່ງ.
ການກຳນົດເຮັດຜ້າກະຖິນນີ້ ທ່ານໃຫ້ກຳນົດເອົາຜ້າຜືນໃດຜືນໜຶ່ງ ໃນຈຳນວນ 3 ຜືນນີ້ ໃຫ້ເປັນຜ້າກະຖິນຄືການເປັນຜ້າສຳລັບຜ້າກະຖິນ,ບໍ່ແມ່ນໝາຍເອົາຜ້າທັງຜືນແຕ່ບາງສຳນັກຈະການເອົາທັງ 3ຜືນກໍອາດຈະໄດ້ , ສຳຄັນວ່າ ເວລາຄອງຜ້າ ຫຼືຮັກສາຜ້າ ບໍ່ໃຫ້ຂາດບໍ່ໃຫ້ເສັຍໄປຈົນຮອດເດືອນ 4ນັ້ນຈະສາມາດຮັກສາຄົບທຸກຜືນບໍ່ນັ້ນເປັນເຣື່ອງ ຢາກ,ສະນັ້ນປະເພນີນິຍົມຈຶ່ງກົດນົດຜ້າສັງຄາຕິ ການເປັນຜ້າກະຖິນ.
ການທຳຜ້າໂດຍອາໄສແມ່ແບບເຊັ່ນນີ້ນັ້ນ,ວິທີການເຮັດກໍຄືເມື່ອໄດ້ແບບ ຫຼືໄມ້ສະດຶງ ທີ່ຈະມາຂຶງຜ້າແລ້ວ,ຜູ້ເຮັດ ຫຼືຄະນະສົງ ກໍຕ້ອງໄດ້ນຳເອົາຜ້ານັ້ນລົງໄປທາບກັບແມ່ແບບ ຫຼືໄມ້ຂຶງນັ້ນ ແລະ ຕັດຫຍິບຍ້ອມ ການເຮັດຜ້າມີຂໍ້ກຳນົດຄືໃຫ້ແລ້ວໃນວັນນັ້ນ,ດ້ວຍຄວາມສາມັກຄີຂອງສົງ ຖືເປັນກາຣຮ່ວມໃຈກັນກະທຳໃນກິດທີ່ເກີດຂຶ້ນ ຈຶ່ງຊື່ວ່າສັງຄະສາ ມັຄຄີແລະ ເມື່ອທຳສຳເຣັດແລ້ວ ຫຼືເມື່ອພົ້ນກຳນົດກາຣແລ້ວ ແມ່ແບບຫຼືກະຖິນນັ້ນ ກໍຈະຮື້ເກັບຮັກສາໄວ້ໃນກາຣເຮັດຜ້າເຊັ່ນນັ້ນໃນປີຕໍ່ໆໄປ,ກາຣຮືແບບໄມ້ນີ້ຮຽກວ່າ ເດາະ ສະ ນັ້ນຄຳວ່າ ກະຖິນເດາະ ຫຼື ເດາະກະຖິນ ຈຶ່ງໝາຍເຖິງກາຣຮື້ໄມ້ແບບເພື່ອເກັບໄວ້ໃຊ້ໃນໂອ ກາສໜ້າ ນັ້ນເອງ.
2/- 
ກະຖິນເປັນຊື່ຂອງພັນໄມ້: ຕາມຄວາມໝາຍຂອງອາຈາຣຍ໌ທາງສາສນາບາງທ່ານວ່າ ຄຳວ່າກິນຖິນ ເປັນຊື່ຂອງພັນໄມ້ ທີ່ຈະນຳມາໃຊ້ເປັນໄມ້ສະດຶງ ເປັນແບບຂຶງຜ້າ ທີ່ຈະຕັດເປັນຜ້າຈີວອນນັ້ນໃນສມັຍພຸດທະການ ໄມ້ຖະຖິນຄົງຈະເປັນໄມ້ຫາງ່າຍ ແລະ ເປັນເປັນໄມ້ທີ່ຕ້ອງຫ້າມຂອງທາງການສມັຍນັ້ນ,ພຣະສົງຈຶ່ງເອົາໄມ້ປະເພສນີ້ມາເຮັດໄມ້ສະດຶງ ເພື່ອຂຶງຜ້າຈີຈອນ ຄຳວ່າຜ້າກະຖິນ ກໍໄດ້ຊື່ຕາມໄມ້ທີ່ມາເຮັດນີ້.

3/- 
ກະຖິນເປັນຊື່ຂອງຜ້າ: ໝາຍເຖິງຜ້າທີ່ຖວາຍເປັນກະຖິນພາຍໃນກຳນົດກາຣ 1 ເດືອນ,ໂດຍເຣີ່ມຈາກແຮມ 1 ຄ່ຳເດືອນ 11 ໄປົຈນເຖິງຂຶ້ນ 15 ຄ່ຳ ເດືອນ 12 ຜ້າທີ່ຈະຖວາຍນັ້ນຈະເປັນຜ້າໃໝ່ ຫຼືຜ້າທຽມໃໝ່(ຄຳວ່າຜ້າທຽມໃໝ່ ໝາຍວ່າຜ້າທີ່ເກັບຮັກສາໄວ້ມາຫຼາຍປີແລ້ວ,ຫຼືຜ້າເກ່ົາທີ່ເອົາມາຊັກຟອກໃຫ້ສະອາດແລ້ວ ນຳເອົາມາຍ້ອມໃຫ້ເປັນສີໃໝ່) ຜ້າເກົ່າ ຫຼືຜ້າບັງສະກຸນ(ຄືຜ້າທີ່ເຂົາຖີິ້ມແລ້ວ ແລະ ເປັນຜ້າທີ່ເປື້ນດ້ວຍຝຸ່ນ) ຫຼືຜ້າທີ່ຕົກ ຕາມຮ້ານ(ຄືຜ້າທີ່ເຂົາຂາຍໃນທ້ອງຕລາດ)ກໍໄດ້,ສ່ວນຜູ້ຖວາຍຈະເປັນຣືຫັດກໍໄດ້ເປັນ ພຣະພິກຂຸ-ສາມະເນນກໍໄດ້ ແລ້ວນຳເອົາມາຖວາຍແກ່ສົງ ກໍເປັນອັນວ່າໃຊ້ໄດ້ສິ່ງສຳຄັນການຖວາຍຜ້າມະຫາກະຖິນນີ້ ບໍ່ໄດ້ກົດນົດອາຍຸ ແລະ ຖານະຂອງຜູ້ຖວາຍກະຖິນ.

4/- 
ກະຖິນເປັນຊື່ຂອງທານປະເພດສັງຄະທານ: ກະຖິນ ຕາມພຸດທະບັນຍັຕແລ້ວ ຈັດເປັນສັງຄະທານປະເພສໜຶ່ງທີ່ສຳຄັນເນື່ອງຈາກວ່າ ການທານກະຖິນນັ້ນ ຕ້ອງຖວາຍໃຫ້ແກ່ພຣະພິກຂຸສົງ ທີ່ສາມາດຮ່ວມສັງຄະກັມກັນໄດ້ ຄື:
ກ. ຈຳພັນສາຢູ່ວັດນັ້ນໆ ຄົບໄຕຣມາສ 3 ເດືອນ.
ຂ. ບໍ່ຕ້ອງສັງຄາທິເສດ.
ຄ. ພຣະພິກຂຸຈຳພັນສາຄົບ 3 ເດືອນບໍ່ໃຫ້ຕ່ຳກວ່າ 5 ອົງ,ຕ່ຳກວ່າ 5 ພຣະວິນັຍບໍ່ອະນຸຍາຕ.
ງ. ເວລາຖວາຍຕ້ອງໃຫ້ພຣະສົງທີ່ຈຳພັນສາຢູ່ວັດນັ້ນ ຕ້ອງມີໜ້າໃນກາຣຖວາຍກະຖິນທຸກອົງ,ເວັ້ນເສັຍແຕ່ວ່າພຣະພິກຂຸສົງອົງໃດອອກມີທຸຣະອອກຈາກວັດໄປ ແລະ ປະຣະນາແກ່າຄະນະສົງ ໄວ້ວ່າຈະບໍ່ມາຮັບກະຖິນອີກ,ຄືອອກໄປເລີຍຈົນພົ້ນເຂດກະຖິນຈຶ່ງກັບມາໄດ້.
5/- 
ກະຖິນເປັນຊື່ຂອງບຸນກິຣິຍາວັຕຖຸ ຄືກາຣທຳບຸນປະເພດໜຶ່ງ ທີ່ກຳນົດເອົາ ວັຕຖຸເປັນຊືຮຽກ.
ການຖວານຜ້າກະຖິນເປັນທານແກ່ຄະນະສົງ ຜູ້ຈຳພັນສາຢູ່ໃນວັດໃນວັດໜຶ່ງຫຼືສຳນັກໃດສຳນັກໜຶ່ງ ຈຸດສົງ ແລະ ເປົ້າໝາຍຂອງຜູ້ຖວາຍນອກຈາກຄຳນຶ່ງເຖິງມະຫາກຸສົນອັກຈັກເກີດແກ່ຜູ້ເຮັດແລ້ວ,ຍັງເພື່ອສົງເຄາະ ອະນຸເຄາະແກ້ທ່ານຜູ້ປະພຶດດີປະຕິບັດຊອບ ໃຫ້ມີຜ້ານຸ່ງ ຫຼືຜ້າຫົ່ມໃໝ່ຈະໄດໃຫ່ຜັດປ່ຽນຂອງເກົ່າທີ່ຈະຂາດ ຫຼືຊຳຣຸດຊຸດໂຊມ.
ການທຳບຸນຜ້າຖະຖິນ ຫຼືຮຽກວ່າບຸນທອດກະຖິນ ຄື ທອດເພື່ອວາງຜ້າລົງໄປແລ້ວກ່າວຄຳຖວາຍໃນທ່າມກາງສົງ ຮຽກໄດ້ວ່າ ເປັນສັງຄະທານຢ່າງໜຶ່ງ,ເປັນກາຣຖວາຍໃຫ້ແກ່ຄະນະສົງເປັນໃຫຍ່ໃນການຕັດສິນວ່າ ເມື່ອອະຕິເລກະລາບເກີດຂຶ້ນແລ້ວ ຄະນະສົງ ຈະແຕ່ງຕັ້ງ ພຣະສົງອົງໜຶ່ງແຈກພັຕ ຕາມພຣະທັມມະວິໄນເຊິ່ງຮຽກວ່າອະປະໂລກະນາກັມ ຫຼືອຸປະໂລກກະຖິນ ນັ້ນເອງ ວິທີນີ້ຈະຮຽກວ່າເປັນຫຼັກປະຊາທິປະໄຕຣ ໃນທາງພຣະພຸທທະສາສນາໄດ້ວາງຮາກຖານໄວ້ ເພື່ອກຳຈັດຂໍຂັດແຍ້ງທາງພຣະທັມວິນັຍທີ່ອາດ ຈະເກີດຂຶ້ນຕໍ່ຄະນະສົງ(ໝູ່ຄະນະ)ໃນພາຍພາກໜ້າ ຫຼືຫຼັກວິທີກາຣຢູ່ຮ່ວມກັນໂດສັຍຕິ ຂອງ ຄົນຈຳນວນຫຼາຍນັ້ນເອງ.
ທີ່ຮຽກວ່າ ການທອດກະຖິນ ກໍເພາະວ່າບໍ່ໄດ້ປະເຄນເລີຍ ເພາະເມື່ອເຈົ້າພາບຫຼັງຈາກກ່າວຄຳຖວາຍແລ້ວ ຕ້ອງນຳເອົາຜ້າອົງກະຖິນນັ້ນລົງທ່າມກາງສົງຫຼັງຈາກນັ້ນ ກໍປ່ອຍໃຫ້ຄະນະສົງຈັດກາຣກັນເອງຕາມພຣະທັມມະວິນັຍທີ່ກຳນົດ,ວິທີນີ້ໝາຍວ່າ ຍາກໂຍມ ຜູ້ເປັນເຈົ້າສັດທາກໍຕາມ,ພຣະພິກຂຸອົງໃດອົງໜຶ່ງກໍຕາມ ບໍ່ມີສິດທີຈັດກາຣ ອະຕິເລກ ກະລາບທີ່ເກີດຂຶ້ນນັ້ນໂດຍລຳພັງຕົນຜູ້ດຽວ,ຫາກເປັນໄປຕາມມະຕິຂອງຄະນະສົງການທີ່ ຮຽກວ່າກາລະທານັ້ນ ກໍເພາະວ່າໃນປີໜຶ່ງທານໄດ້ຄັ້ງດຽວ ແລະ ວັດດຽວກໍມີສິດທີ່ຈະຮັບກະ ຖິນໄດ້ພຽງກອງດຽວເທົ່ານັ້ນ,ຄຳວ່າທານໄດ້ທານໄດ້ຄັ້ງດຽວ ເນື່ອງຈາກວ່າ ກຳນົດໃຫ້ທຽນ ພຽງເດືອນໜຶ່ງເທົ່ານັ້ນ ຕາມທີ່ກຳນົດແລ້ວ,ຫາກມີກາຣທານຂຶ້ນກ່ອນໜ້ານີ້ພຽງ 1 ວັນ ຫຼືທານກາຍວັນກຳນົດໄປແລ້ວພຽງໜຶ່ງວັນ ບໍ່ນັບວ່າເປັນຜ້າກະຖິນຈະຮຽກຊື່ໄປຕ່າງໆກັນດ່ັງນີ້,ຖ້າຖວາຍກ່ອນພັນສາ ຫຼືກາລພັນສາ ມັກຈະຮຽກວ່າຜ້າຈຳນຳພັນສາຫາກຖວາຍໃນ ຂຶ້ນ 8 ຄ່ຳ,ຈົນເຖິງ ຂຶ້ນ 15 ຄ່ຳເດືອນ 11 ໃຫ້ຮຽກວ່າຜ້າຈີວອນ,ຖ້າຖວາຍກາຍກຳນົດການຖະຖິນໄປໃຫ້ຮຽກວ່າ ຜ້າປ່າ,ຫຼືຖວານອັຕຖະ ເຫຼົ່ານີ້ເປັນຕົ້ນ.

6/- 
ກະຖິນ ເປັນຊື່ຂອງສັງຄະກັມ: ຄືກິດຈະກັມຂອງຂອງສົງກໍຈະມີກາຣສູຕ ປະ ກາດຂໍຮັບຄວາມເຫັນຊອບຈາກທີ່ປະຊຸມສົງ ໃນການມແບກະຖິນໃຫ້ແກ່ພຮະພິກຂຸສົງອົງໃດອົງໜຶ່ງ ເມື່ອກະທຳກະຖິນສະເຣັດແລ້ວດ້ວຍຄວາມຮ່ວມມື ຂອງພຮະພິກຂຸທັງຫຼາຍກໍຈະໄດ້ເປັນໂອກາດ ໃຫ້ໄດ້ຊ່ວຍກັນກະທຳຈີວອນ ໄດ້ອີກ 4 ເດືອນ,ທັງນີ້ເພາະໃນສມັຍພຸດ ທະກາລກາຣຫາຜ້າ ມາກະທຳເປັນຈີວອນຫາໄດ້ໂດຍຢາກ ສະນັ້ນພຣະພຸດທະອົງຈຶ່ງບໍ່ຊົງໃຫ້ສະສົມ(ເກັບມ້ຽນ)ໄວ້ເກີນ 10ວັນ,ແຕ່ເມື່ອໄດ້ຊ່ວຍກັນໄດ້ທຳສັງຄະກັມເຣື່ອງຄະຖິນແລ້ວອະນຸຍາຕໃຫ້ສະແຫວງຫາຜ້າ ແລະ ເກັບມ້ຽນໄວ້ເພື່ອກະທຳເປັນຈີວອນ ໄດ້ຈົນຕລອດ ຣະດູໜາວ ຄືຈົນເຖິງວັນ 15 ຄ່ຳເດືອນ 4.
ຈາກຄວາມໝາຍຂ້າງຕົ້ນຈະເຫັນວ່າ ມີຄວາມກ່ຽວຂ້ອງກັນ 4ປະກາຣ ເມື່ອສົງກະທຳສັງຄະກັມເຣື່ອງກະຖິນສຳເຣັດແລ້ວ ແລະ ປະຊຸມກັນອະນຸໂມທະນາກະຖິນ ຄືສະແດງຄວາມພໍໃຈ ວ່າໄດ້ກຣານກະຖິນສຳເຣັດແລ້ວ ກໍເປັນອັນສຳເຣັດພິທີ ຄຳວ່າກະຖິນຄືການປູຜ້າລົງທັບໄປກັບຂອບໄມ້ແມ່ແບບເພື່ອຕັດຫຍິບ ຍ້ອມ ແລະ ເຮັດໃຫ້ເປັນຜ້າຈີວອນຜືນໃດຜືນໜຶ່ງ ຍັງມີຄຳອີກຄຳໜຶ່ງເຮົາໄດ້ຍິນກັນກ່ອນຈະມີກາຣເຮັດບຸນກະຖິນ ຄື ການຈ່ອງກະຖິນ ໝາຍເຖິງກາຣສະແດງ ຄວາມຈຳນົງ ຫຼືເຈຕຈຳນົງທີ່ເປັນລາຍລັກອັກສອນ ຫຼືດ້ວຍວາຈາຕໍ່ທາງວັດວ່າ ຈະນຳກະຖິນມາທອດຖວາຍໃນອາວາດນີ້ ສະນັ້ນ,ກ່ອນຈະຖອດກະຖິນນັ້ນ ຈຶ່ງມີປະເພນີກາຣຈ່ອງກະຖິນ,ການຈ່ອງກະຖິນຕ້ອງຂຽນໃບຈ່ອງກະຖິນມາຕິດ ບາງຄັ້ງເພີ່ນກໍຮຽກວ່າປັກຖະຖິນ(ມີຄຳປັກກະຖິນຈະຮ່າງເປັນແບບໄວ້ໃນທ້າຍໜັງສືນີ້).
ການຈ່ອງກະຖິນ ຫຼືປັກກະຖິນຕ້ອງເຮັດເປັນເຈັ້ຍຫຼືວັດສະດຸທີ່ໃຊ້ແທນເຈັ້ຍ ແລະ ຂຽນຄຳປັກກະຖິນລົງໄປ ແລ້ວນຳໄປຕິດປະກາດໄປໄວ້ໃນສິມ,ຫໍແຈກຫຼືກຸດຕິເຈົ້າອະທິ ກາຣວັດ ຫຼືທີ່ໃດກໍໄດ້,ແຕ່ຕ້ອງໃຫ້ພຣະສົງ-ສາມະເນນໃນວັດນັ້ນ ຫຼືຍາຕໂຍມທີ່ມາໃນວັດເຫັນ ຈຸດປະສົງກໍມີ 2 ປະການດ່ັງນີ້ ຄື:
1.
ເພື່ອເຕືອນໃຫ້ພຣະພິກຂຸສົງໃນວັດນັ້ນຮູ້ວ່າມີກະຖິນຈະມາທອດຖວາຍໃນວັດນີ້ ຈະໄດ້ກຽມຕົວຕ້ອນຮັບ.
2. 
ເພື່ອປ້ອງກັນບໍ່ໃຫ່ຍາດໂຍມຄົນອື່ນມາປັກກະຖິນທັບຊ້ອນກັນ,ເພາະມີຂໍ້ບັນຍັດວ່າວັດໜຶ່ງໆ ທອດ ແລະ ຮັບກະຖິນໄດ້ພຽງກອງດຽວເທົ່ານັ້ນ.
ເມື່ອໃກ້ອອກພັນສາ ຫຼືອອກພັນສາແລ້ວ ເຈົ້າພາຍຈຶ່ງໄດ້ເຂົ້າມາຍັງວັດ ເພື່ອຕົກລົງ ກຳນົດວັນທອດຜ້າມະຫາກະຖິນ ໃຫ້ເລືອກເອົາວັນໃດກໍໄດ້ ແຕ່ຕ້ອງໃຫ້ຢູ່ໃນເຂຕກະຖິນຄື ແຮມ 1 ຄ່ຳ ຫາ ຂຶ້ນ(ເພັງ) 15ຄ່ຳ, (ທີ່ເຮົາໃຫ້ສັງເກຕງ່າຍໆກໍຄື ວັນຊ່ວງເຮືອປາກເຊ ຫຼືວຽງຈັນເປັນຕົ້ນໄປຈົນຈົນຮອດ ວັນຕັກບາຕງານບຸນນະມັດສະການພຣະທາຕຫຼວງ ແມ່ນ ສິ້ນສຸດ ກຳນົດທອດກະຖິນ).
ໃນປັຈຈຸບັນ ມີສັດທາຍາຕໂຍມທັງພຣະສົງ ແລະ ຄະຣືຫັດຖວາຍຜ້າມະຫາກະຖິນຫຼາຍຂຶ້ນ ບໍ່ວ່າແຕ່ອາຍຸຫຼາຍອາຍຸນ້ອຍລ້ວນແຕ່ມີສັດທາຫຼວງຫຼາຍ,ເພາະກາຣເຮັດກະ ຖິນໃນສມັຍປັຈຈຸບັນ ມີຄວາມສະດວກສະບາຍຂຶ້ນ ເພາະປັຈຈັບຄືເງິນ ຍາຕໂຍມຫາໄດ້ຫຼາຍຂຶ້ນຍາຕໂຍມມີສັດທາແກ່ກ້າຂຶ້ນ,ຜ້າທີ່ຈະນຳມາເຮັດຜ້າກະຖິນນັ້ນ ກໍຫາງ່າຍຂຶ້ນ,ກາຣທີ່ຈະເຮັດຜ້າກະຖິນດ້ວຍກາຣທີ່ເອົາໄມ້ມາເຮັດເປັນແບບ ໄມ້ສະດຶງຂຶງຜ້າແລ້ວຕັດ ຫຍິບຍ້ອມໃນມື້ໜຶ່ງວັນດຽວນັ້ນບໍ່ມີແລ້ວ,ວິທີກາຣແບບນັ້ນໄດ້ຍົກເລີກໄປຕັ້ງນານແລ້ວ ກາຣເຮັດບຸນກະຖິນຂອງຊາວພຸດທົ່ວໄປ ບໍ່ສະເພາະແຕ່ລາວ ຊາວພຸດຕ່າງປະເທດກໍຍົກເລີກແລ້ວ,ກາຣເຮັດບຸນກະຖິນໃນປັຈຈຸບັນນີ້ຍັງຄົງໄວ້ແຕ່ຊື່ປະເພນີ,ວິທີກັມອັນສຳຄັນໄວ້ ບໍ່ຕ້ອງໃສ່ຂອບໄມ້ສະດຶງ,ເພາະດຽວນີ້ຄົນເຮົາເກັ່ງຂຶ້ນ ການຫັດຖະກັມເກັ່ງຂຶ້ນ ທີ່ສຳຄັນເຂົາມີຂາຍຕາມທ້ອງຕລາດ.
ບໍ່ເໝືອນສະໄໝພໍ່ແມ່ເຮົາ ກາຣທີ່ວ່າເຮັດກະຖິນຍາກນັ້ນ,ແມ່ນວ່າເພີ່ນຕ້ອງໄດ້ຮີບ ໂຮມເງິນຄຳຜ້າແລະ ບໍຣິວານອື່ນໆເປັນປີ ບາງຄົນກຽມເຮັດບຸນກະຖິນຕັ້ງແຕ່ອາຍຸ



ไม่มีความคิดเห็น:

แสดงความคิดเห็น