19 ກໍລະກົດ
ວັນທີ 19 ກໍລະກົດ
ຄ.ສ 1949 ເປັນວັນທີ່
ປະເທດລາວ ປະກາດເອກະລາດ ເປັນ
ຣາຊະອານາຈັກລາວຈາກພວກລ່າເມືອງຂື້ນຝຣັ່ງໃນຊ່ວງສົງຄາມໂລກຄັ້ງທີ 2 ກອງທັບຍີ່ປຸ່ນໄດ້ເຂົ້າມາໃນດິນແດນລາວແລະອິນດູຈີນຝຣັ່ງອື່ນໆເມື່ອຍີ່ປຸ່ນໃກ້ຈະປະລາໄຊສົງຄາມຂະບວນການລາວອິດສະຫຼະເຊິ່ງເຄື່ອນໄຫວທາງການເມືອງເພື່ອກອບກູ້ເອກະລາດຂອງລາວໃນເວລານັ້ນໄດ້ປະກາດເອກະລາດໃຫ້ເປັນປະເທດຣາຊະອານາຈັກລາວຫຼັງຈາກຍີ່ປຸ່ນປະລາໄຊຝຣັ່ງກໍກັບຄືນມາຍຶດຄອງອິນດູຈີນເທື່ອໃໝ່ແຕ່ເນື່ອງຈາກກອງທັບຫວຽດມິນ
ທີ່ສາມາດປົດປ່ອຍຫວຽດນາມໄດ້ ຈຶ່ງເປັນການສັ່ນຄອນອຳນາດຂອງຝຣັ່ງ.
ຝຣັ່ງຈຶ່ງຍ່ອມໃຫ້ລາວປະກາດເອກະລາດບາງສ່ວນໃນຄ.ສ1949ແລະໄດ້ຮັບເອກະລາດສົມບູນໃນປີ1953ພາຍຫຼັງທີ່ຝຣັ່ງປະລາໄຊໃນສະໝານຮົບດຽນບຽນຟູຜູ້ທີ່ມີບົດບາດໃນການປະກາດເອກະລາດ
ແມ່ນເຈົ້າສຸວັນນະພູມມາ,ເຈົ້າເພັດຊະຣາດແລະທ່ານສຸພານຸວົງໂດຍມີ ເຈົ້າມະຫາຊີວິດສີສະຫວ່າງວົງ ດຳລົງຕຳແໜ່ງເປັນເຈົ້າມະຫາຊີວິດ
ຈາກອານາຈັກລ້ານຊ້າງຫຼວງພະບາງເດີມ ໄດ້ລວມເອົາທັງ 3 ອານາຈັກຄື:ລ້ານຊ້າງຫຼວງພະບາງ, ລ້ານຊ້າງວຽງຈັນ ແລະ ລ້າງຊ້າງຈຳປາສັກ ເຂົ້າເປັນ ຣາຊະອານາຈັກລາວ
ไม่มีความคิดเห็น:
แสดงความคิดเห็น