วันพุธที่ 5 มีนาคม พ.ศ. 2557

ພັກປະຊາຊົນປະຕິວັດລາວ

ພັກປະຊາຊົນປະຕິວັດລາວ

ພັກປະຊາຊົນປະຕິວັດລາວ (ພາສາອັງກິດ: Lao Peoples Revolutionary Party) ແມ່ນພັກກອມມູນິດທີ່ກຳອຳນາດໃນສປປ ລາວ ມີຕົ້ນກຳເນິດມາຈາກພັກກອມມູນິດອີນດູຈີນ ເຊິ່ງເລີ່ມກໍ່ຕັ້ງເມື່ອປີ 1930 ຈົນສະຫຼາຍຕົວໄປໃນປີ 1951ພັກປະຊາຊົນປະຕິວັດລາວສ້າງຕັ້ງຂື້ນເມື່ອວັນທີ່ 22 ມີນາ 1955 ໂດຍເປັນອົງການແກນນຳຂອງແນວລາວຮັກຊາດຫຼືຂະບວນການປະເທດລາວ(ປັດຈຸບັນແມ່ນ ແນວລາວສ້າງຊາດ)ເດີມມີຊື່ວ່າ ພັກປະຊາຊົນລາວ ທຳການຕໍ່ສູ້ດ້ວຍກຳລັງອາວຸດ ກັບລັດຖະບານລາຊະອານາຈັກ    ຈົນສາມາດຍຶດອຳນາດໃນທົ່ວປະເທດແລະປະກາດສ້າງຕັ້ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໃນວັນທີ2ທັນວາ 1975 ພັກປະຊາຊົນລາວກໍ່ໄດ້ປ່ຽນຊື່ເປັນພັກປະຊາຊົນປະຕິວັດລາວໃນເດືອນທັນວາ 1975ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄົນທຳອິດແມ່ນສະຫາຍ ໄກສອນພົມວິຫານ ທີ່ດຳລົງຕຳແໜ່ງຕັ້ງແຕ່ປີ 1955ຈົນເສຍຊີວິດເມື່ອປີ 1992 ເລຂາທິການໃຫຍ່ພັກຄົນຕໍ່ມາແມ່ນສະຫາຍຄຳໄຕສີພັນດອນຈົນຣອດປີ 2006 ແລະປັດຈຸບັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແມ່ນສະຫາຍ ຈູມມະລີ ໄຊຍະສອນ ປະທານປະເທດຄົນປັດຈຸບັນ


ไม่มีความคิดเห็น:

แสดงความคิดเห็น