วันศุกร์ที่ 28 กุมภาพันธ์ พ.ศ. 2557

ຄຳຜູກແຂນ

                      ຄຳຜູກແຂນ 
ສຣີໆ... ສິທທິພຣະພອນ ບໍວອນວິເສດ ຝ້າຍແກ້ວເກີດມຸງຄຸນ ປຸນລົງມຕົກແຕ່ງ ກວັດອີ້ວແກວ່ງກົງຫຼາ ຜັດອອກມາເປັນຫຼອດ ຖອດອອກມາເປັນປຸ໋ຍ ສຸຍອອກມາເປັນເສັ້ນ ເສັ້ນແຫຼະສີພັນຄຳ ເປັນດັ່ງແກ້ວມຸກຄຳໃສສ່ອງ ງາມອ່ອງຕ່ອງສ່ອງໃສ ເທິງນອກໃນລ້ຳເລີດ ຝ້າຽແກ້ວເກີດເມືອງສວັນ ປັນໃຫ້ຜູ້ຂ້າມາຜູກແຂນ.... ວ່າມາເຢີ້ຂວັນເອີ້ຽ 
ຂວັນເຈົ້າໄປມຸດສະນ້ຳໃຫຍ່ກິນປາ                ກໍ່ໃຫ້ມາສາມື້ນີ້ວັນນີ້
ຂວັນເຈົ້າໄປກິນເຫຼົ້ານຳໝູ່ນຳຝູງ                  ກໍ່ໃຫ້ມາສາມື້ນີ້ວັນນີ້..ມາເຢີ້ຂວັນເອີ້ຽ
ຂວັນເຈົ້າໄປຢູ່ຖ້ຳນຳພຍາງູ                         ກໍ່ໃຫ້ມາສາມື້ນີ້ວັນນີ້
ຂວັນເຈົ້າໄປຢູ່ຮູນຳພຍານາກ                       ກໍ່ໃຫ້ມາສາມື້ນີ້ວັນນີ້
ຂວັນເຈົ້າໄປລຳບາກນຳໝູ່ຜີຕາຽ                  ກໍ່ໃຫ້ມາສາມື້ນີ້ວັນນີ້..ມາເຢີ້ຂວັນເອີ້ຽ
ຍາມເມື່ອຕາເວັນຕົກລັບປ່າແຊງ ຍາມເມື່ອຕາເວັນແດງລັບປ່າໄມ້ ຂວັນເຈົ້າໄປຢູ່ຫົນເໜືອຫຼືໃຕ້          ກໍ່ໃຫ້ມາສາມື້ນີ້ວັນນີ້
        ຄັນວ່າເຈົ້າມາຮອດແລ້ວ ໃຫ້ເຈົ້າຢູ່ສວັດດີ ມີຄວາມສຸກຄວາມຈເຣີນ ຄວາມເຈັບເຈົ້າຢ່າໄດ້ ຄວາມໄຂ້ເຈົ້າຢ່າມີ ໃຫ້ເຈົ້າໄດ້ເປັນເສຖຖີ ເປັນມະຫາເສຖຖີ ມີອາຍຸວັນນະ ສຸຂະ ພະລະ  ປະຕິພານ ທະນະສານສົມບັດທຸກປະການ ນອນຫຼັບໄດ້ເງິນໝື່ນ ຕື່ນຂຶ້ນໄດ້ເງິນແສນເງິນລ້ານ ຢ່າງອອກຈາກບ້ານ ໂຊກໄຫຼຫຼັ່ງມາໂຮມ ເຈົ້າເດີ້ ໂອມ ອຸ ອະ ມຸ ມະ ມູລລະມາ ສະທາໂສຕຖີ ພະວັນຕຸເຕ 

ຊຸມຫນ້າໃຫຍ່

ຊູມໜ້າໃຫຍ່

ອ້າຍເຄີຍ­ບອກເຈົ້າແລ້ວ.ບໍ່­ຫານເອີ່ຍ­ຄໍາ­ຮັກ 
ຢ້ານ­ມັນເປັນ­ຄໍາ­ລວງ……ບາດ­ບໍ່­ສົມ­ດັ່ງໃຈເຈົ້າ 
ຮັກ­ຂອງເຮົາມີແນວກັ້ນ..ຊົນ­ຊັ້ນ­ກັນໃຫ້ອອກຫ່າງ 
ອ້າຍ­ກັບ­ນາງມັນຫ່າງ­ກັນ­ຄົນລະ­ຊັ້ນບໍ່­ຝັນ­ພໍ້­ຊິກ້ຽວຫາ 

ເຈົ້ານັ້ນ­ຄືດອກຟ້າ………..ທັງ­ຖານະ­ຕະ­ກຸນ­ດີ 
ມີຊັບ­ສິນເງິນ­ຄໍາ …………ຄົນ­ນັບ­ຖືລືຫນ້າ 
ຫັນ­ກັບ­ມາ­ທຽບ­ທາງອ້າຍ……ເຂົ້າ­ຫມ່າງາຍ­ຍັງ­ຄຶດ­ຍາກ 
ຫາໃສ່­ປາກ­ພໍກຸ້ມທ້ອງ ……..ຊໍາ­ພໍມື້­ສືບໄປ 

ຮູ້­ຢູ່ດອກວ່າ­ຂີ້ຮ້າຍ …………ກິນເຂົ້າບ່າຍ­ກັບເກືອ ອ້າຍ­ນີ້ 
ເຈົ້ານັ້ນແນວຄົນ­ງາມ………..ກິນເຂົ້າບ່າຍ­ປາແຊບຊ້ອຍ 
ອ້າຍ­ນັ້ນ­ຄົນ­ບຸນຫນ້ອຍ………ເຮັດ­ອີຫຍັງ­ຄົນ­ບໍຊ່າ ດອກເດີ້ 
ບໍ່­ຄືເຈົ້າການ­ດາຊຸມຫນ້າໃຫຍ່­ຈັ່ງນ້ອງຄົນເຂົາຍ້ອງກ່າວຂານ 

ເລື່ອງ­ຄວາມ­ຮັກເຈົ້ານັ້ນ…….ອ້າຍ­ກໍ່­ຮັກ­ສຸດ­ຫົວໃຈ 
ເພື່ອຊາມໄວນ້ອງ­ສຸກ­ຂີ………ຊື່ນ­ຊີວີໄປຫນ້າ 
ຢ່າ­ຫົວຊານໍາອ້າຍ ຕັດໃຈສາ……ໄປຫາເຂົ້າ­ຜູ້ເພິ່ນແມ່ນ 
ຄໍາວ່າ­ຊູ້ ຫລື ແຟນສາຍແນນເຮົາບໍ່ກ່ຽວຂ້ອງ.ຈໍາໃຈຕ້ອງຮ້າງ­ລາ ນາງເອີຍ!