วันจันทร์ที่ 3 มีนาคม พ.ศ. 2557

ຄຳຜູກແຂນ

 ຄຳຜູກແຂນ
       ສີໆ ສິດທິພະພອນບໍວອນອັນວິເສດ ຝ້າຍແກ້ວເກີດມຸງຄຸນ ປຸນລົງມາຕົກແຕ່ງ ກວັດອິ້ວແກວ່ງກົງຫຼາ ພັດອອກມາເປັນຫຼອດ ກອດອອກມາເປັນປຸຍ ຖຸຍອອກມາເປັນເສັ້ນ ເສ້ນແລສີ່ພັນຄຳ ເສ້ນໜຶ່ງຄຳໃສສ່ອງ ເປັນດັ່ງແກ້ວມຸກກ່ອງໃສແສງ ຝ້າຍຂອງແພງອັນລ້ຳເລີດ ຝ້າຍແກ້ວເກີດເມືອງສະຫວັນ ປັນລົງມາສາມຮອບ ຄອບແລ້ວຈຶ່ງຜູກແຂນ ມາເຍີຂວັນເອີຍ ຂວັນເຈົ້າໄປມຸດນ້ຳສະໃຫຍ່ກິນປາ ກໍ່ໃຫ້ມາສາມື້ນີ້ ຂວັນເຈົ້າໄປຢູ່ນາທຸ່ງຫຼວງກິນເຂົ້າ ກໍ່ໃຫ້ມາສາມື້ນີ້ ຂວັນເຈົ້າໄປນັ່ງເວົ້ານຳໝູ່ຜີຕາຍ ກໍ່ໃຫ້ມາສາມື້ນີ້ ມາເຍີເຈົ້າຂວັນຕາຄິ້ວກ່ອງ ມາເຂົ້າຄີງເຈົ້າຢ່າໄດ້ເໝັນສາບ ມາເຂົ້າຄາບເຈົ້າຢ່າໄດ້ເໝັນກຸຍ ຂວັນຕັບໃຫ້ເຈົົ້ົ້າມາຢູ່ຕັບແດງຮອບ ຂວັນປອດໃຫ້ເຈົ້າມາຢູ່ປອດແດງໃສ ຂວັນຫົວໃຈໃຫ້ເຈົ້າມາຢູ່ຫົວໃຈຢ່າເສົ້າ ມີລູກເຕົ້າໃຫ້ແຜ່ຫຼາຍ ມີລູກຍິງລູກຊາຍໃຫ້ລ້ຽງໃຫຍ່ ຍໍຍົກໃສ່ກິນເມືອງ ຂວັນບຸນເຮືອງບໍ່ນ້ອຍ ໃຫ້ເຈົ້າຂ່ອຍໝື່ນດີ່ຫຼີ່ ສົມບັດມີບໍ່ໄຮ້ ມາຮອດກາງໄຮ່ຢ່າໄດ້ຊົ້ນປ່າຄາ ມາຮອດກາງນາຢ່າໄດ້ຊົ້ນປ່າເຂົ້າ ມາຮອດເຄົ້າໄມ້ຢ່າໄດ້ທອດຫົວນອນ ມາຄອນໆເຈົ້າຢ່າໄດ້ຊົ້ນປ່າໃຫຍ່ ໃຫ້ເຈົ້າມາຢູ່ເຮືອນພື້ນແປ້ນຫຍ້າແຝກມຸງໜາ ມາຢູ່ເຮືອນແປ້ນຫຍ້າຄາມຸງຖີ່ ຝົນຕົກເຈົ້າຢ່າໄດ້ດຸ່ງໄປໜ້າ ຟ້າຮ້ອງຢ່າໄດ້ດຸ່ງໄປໄກ ກ້ອນເສົ້າໄປຈຶ່ງໄປ ຄີໄຟຄົ່ວຈຶ່ງຄົ່ວ ລຸກແຕ່ປ່າມາເຮືອນ ລຸກແຕ່ສວນມາບ້ານ ເຈົ້າຂີ້ຄ້ານໃຫ້ນອນຢູ່ມີແຮງ ຂິງແຄງປົ່ງເປັນຍອດເຈົ້າຈຶ່ງໄປ ກະຮອກປົ່ງເປັນເຂົາເຈົ້າຈຶ່ງໜີ ໝາກກະເລົາຫຸ້ມກົ້ນເຈົ້າຈຶ່ງໜີ ໝາກທັນຫວານຈຶ່ງກ້ວຍເຈົ້າຈຶ່ງໜີ ນ້ຳອ້ອຍຂົມເຝື່ອນເຂົາຮໍເຈົ້າຈຶ່ງໜີ ໝາກສົ້ມມໍຫວານຄືດັ່ງນ້ຳຕານເທດເຈົ້າຈຶ່ງໜີ ຂວັນເກດເກົ້າໃຫ້ເຈົ້າໃສ່ກະໂຈມຄຳ ໃຫ້ເຈົ້າງຳລົງມາເຫຼືອຫຼາກ ຂວັນປາກໃຫ້ເຈົ້າມາເສບພາດຄ້ອງຕ່ອຍສີຊໍ ຂວັນຄໍໃຫ້ເຈົ້າມາໃສ່ສາຍສ້ອຍ ຂວັນກ້ອຍໃຫ້ມາຢູ່ກ້ອຍສູບແຫວນ ຂວັນແຂນໃຫ້ເຈົ້າຖືປີ່ແກ້ວ ມາຮອດແລ້ວໃຫ້ເຈົ້າຢູ່ສະວັດດີ ມີອາຍຸຍືນຍາວໝັ້ນພັນປີເປັນເຂດ ຮ້ອຍປະເທດທ້າວມາຂຶ້ນສ່ວຍສິນ  ໃຫ້ເຈົ້າລຸລາບໄດ້ອົງເອກມະຫາຄຸນ ມຸນທຽນມີໝື່ນນາງນອນລ້ອມ ນານາພ້ຽງຣັງສີໂສມຕ່າງ ປະດັບຍິ່ງຍ້ອຍປຸນປັ້ນແປກຂຽນ ເອຫິຕາຕະປິ ປຸຕຕາ ປູເຣຖະ ປາຣະມີ ຫະທະຍັງ ເມ ພິສັນເຈຖະ ກະໂຣຖະ ວະມະມະ ອາຍຸວັນໂນ ສຸຂັງ ພະລັງ ຯ


ไม่มีความคิดเห็น:

แสดงความคิดเห็น