วันอาทิตย์ที่ 2 มีนาคม พ.ศ. 2557

ການນຸ່ງຖືຂອງຄົນລາວ

                           ວັດທະນະທຳ ການນຸ່ງຖືຂອງຄົນລາວ.


ວັດທະນະທຳການນຸ່ງຖື ແມ່ນມຸນມໍລະດົກອັນໜື່ງ ທີ່ບັນພະບູລຸດປະໄວ້ໃຫ້ລູກຫຼານຄົນລາວສືບທອດມາເຖິງທຸກວັນນີ້ ອັນເປັນສິ່ງເອກອ້າງສະແດງໃຫ້ຊາວໂລກໄດ້ເຫັນເອກະລັກໜື່ງ ຂອງຄວາມເປັນຊາດລາວ.
          ປະເພນີການນຸ່ງຖື ບາງຮູບການກໍ່ໄດ້ວິວັດໄປຕາມແຕ່ລະຍຸກ ແຕ່ລະສະໃໝ ຕາມຄວາມນິຍົມ.  ແຕ່ເດີມນັ້ນ, ການໄປສົ່ງສະການເພີ່ນນຸ່ງເສື້ອສີຂາວ ຫຼື ສີບໍ່ບາດຕາ ເພື່ອເຮັດໃຫ້ບັນຍາກາດຂອງນັ້ນມີຄວາມໂປ່ງໃສ, ບໍ່ໃຫ້ຜູ້ໄປຮ່ວມພິທີ ແລະ ຍາດມິດຂອງຜູ້ຕາຍມີຈິດໃຈໂສກເສົ້າໃສ່ສີແຈດ, ສີແດງ ນັ້ນເພີ່ນຄະລຳ ແລະ ເປັນການບໍ່ສຸພາບ, ຖ້າໃສ່ສີມືດສີດໍາແມ່ນເປັນການໄວ້ທຸກ. ປະເພນີລາວເພີ່ນບໍ່ມີການໄວ້ທຸກ, ການໄວ້ທຸກຈະເຮັດໃຫ້ດວງວິນຍານຂອງຜູ້ຕາຍເປັນຫ່ວງ ແລະ ບໍ່ເປັນສຸກ.
          ປັດຈຸບັນກໍ່ນິຍົມກັນໃສ່ຊຸດດຳໄປສົ່ງສະການ ຈົນເປັນປະເພນີແລ້ວ. ການນຸ່ງຖືເຂົ້າວັດວາອາຮາມເພື່ອໄປເຮັດບຸນຕັກບາດຢາດນໍ້າ ສ້າງສິນກິນທານຕາມຮີດຄອງປະເພນີ ແມ່ຍິງຕ້ອງເກົ້າຜົມ ຫຼື ມັດຜົມ ແລະ ບ່ຽງຜ້າ ຫຼື ຖືແພພາດບ່າພ້ອມ. ມາຮອດດຽວນີ້ ເຫັນວ່າມີການປ່ອຍປະລະເລີຍ, ບໍ່ບ່ຽງແພຍັງບໍ່ແລ້ວ ບໍ່ໜໍາຊ້ໍາຍັງນຸ່ງເສື້ອສາຍດຽວໂຊສາຍບື ໃສ່ສະເກິດສັ້ນໆ ອັນເປັນການກໍ່ໃຫ້ສາສນາມີຄວາມດ່າງພ້ອຍສະຖານທີ່ທີ່ເປັນອັນສັກກະລະບູຊາ ຄວນມີປ້າຍເຕືອນ ຫຼື ຂໍ້ແນະນຳໃຫ້ຮູ້ ເພື່ອບໍ່ເປັນການປະໝາດຂອງແຂກຕ່າງປະເທດ. ແຕ່ການຈະໃຫ້ເຂົາເຈົ້າບ່ຽງຜ້າ, ໃສ່ແພພາດບ່ານັ້ນ ຄົງຈະເປັນໄປໄດ້ຍາກພຽງແຕ່ເຫັນຊຸດປະຈຳຊາດຂອງແມ່ຍິງລາວ ກໍ່ສາມາດຮູ້ໄດ້ວ່າແມ່ນຄົນປະເທດໃດ. ສະນັ້ນ, ເພີ່ນຈິ່ງມີຄຳກ່າວໄວ້ວ່າ: ສີລະປະແມ່ຍິງຄືດອກໄມ້ປະຈຳຊາດສີລະປະ, ກິຣິຍາມາລະຍາດ, ຄວາມສວຍສົດງົດງາມ ແລະ ຄວາມອຸດົມຮັ່ງມີຕ່າງໆຂອງຊາດ ລ້ວນແຕ່ມາເຕົ້າໂຮມຢູ່ໃນຕົວຂອງແມ່ຍິງຢູ່ບັນດາຂົງເຂດອາຊີຕາເວັນອອກສ່ຽງໃຕ້ ນອກຈາກແມ່ຍິງລາວນຸ່ງສິ້ນແລ້ວ, ກໍ່ຍັງແມ່ຍິງມຽນມາ, ແມ່ຍິງກຳປູເຈຍ, ແມ່ຍິງມາເລເຊຍ ແລະ ແມ່ຍິງໄທກໍ່ນຸ່ງສິ້ນຄືກັນ ແຕ່ວານຸ່ງສິ້ນ ແລະ ລັກສະນະຜືນສິ້ນແຕກຕ່າງກັນແມ່ຍິງລາວນຸ່ງສິ້ນມີ່ຕໍ່ຫົວ ແລະ ຕໍ່ຕີນ, ນຸ່ງສິ້ນລ່າມບໍ່ໃຫ້ປົກປາຍຕີນ ເພາະຈະເຮັດໃຫ້ຂ້ອງ ຫຼື ຢຽບຕີນສິ້ນລົ້ມ, ນຸ່ງພໍເຂີນຕາຕຸ່ມມ໋ອງ ພໍໃຫ້ໄດ້ອວດປອກຂາເງີນ (ແຕ່ກ່ອນ ແມ່ຍິງລາວນິຍົມໃສ່ປອກຂາ), ຖ້ານຸ່ງສິ້ນເຂີນນ່ອງຖືວ່າເປັນການບໍ່ສຸພາບ. ຄຸນຄ່າຂອງສິ້ນສີລະປະ ແລະ ຜ້າບ່ຽງແພໃໝ ແມ່ນຄວາມງາມຂອງສີລະປະສີໄມ້ລາຍມືຂອງຄົນລາວ. ສ່ວນຜົມທີ່ເກົ້ານັ້ນ ກໍ່ປະດັບດ້ວຍສາຍຄ້ອງ, ສາຍຍັງ ແລະ ປັກປິ່ນເກົ້າ.

          ຄວາມສວຍງາມຂອງອາເພດຊົງລາວ ໄດ້ເຮັດໃຫ້ຊາວຕ່າງປະເທດຫັນມາສົນໃຈ ແລະ ນິຍົມຊົມຊອບສີ້ນໃໝແພລາວ ຈົນໄດ້ກັບກາຍມາເປັນສິນຄ້າສົ່ງອອກທີ່ດີອີກປະເພດໜື່ງ.
          ຄິດນຳກັນເບິ່ງວ່າ!  ຊາວຕ່າງປະເທດ ຜູ້ຫວັງດີຍັງເປັນຫ່ວງ ແລະ ເສຍດາຍແທນຄົນລາວເຮົາທີ່ເບິ່ງຂ້າມ ແລະ ຖືເບົາກັບຮີດຄອງປະເພນີອັນດີງາມ ທີ່ຕົນມີມາແຕ່ຊ້ານານແລ້ວ. ຊາຫຍັງ ຕຳໝາກຮຸ່ງ, ລາບກັອຍ, ປາແດກຕ່ອນກ້າງຂອງກິນກັບເຂົ້າທຸກມື້ ຍັງຖີກອ້າງໄປເປັນຂອງເພີ່ນ. ລະວັງສີ້ນນຸ່ງແພຖືເປັນຂອງກັບຊາດແທ້ໆ ສັງຊິໄລລະຖິ້ມໃຫ້ເປັນຂອງຊາດອື່ນອີກ. ເຂົາຊິຍຸ້ມລະເຮີ່ຍຫົວແທ້ໄດ໋ ຖ້າບໍ່ຮັກສາໄວ້.
          ໃນຕໍ່ໜ້ານີ້ ທິດຂະຫຍາຍເສດຖະກິດຂອງຊາດເຮົາ ແມ່ນແນໃສ່ສ້າງປະເທດລາວໃຫ້ເປັນແຫຼ່ງທ່ອງທ່ຽວ. ສິ່ງໄດທີ່ເປັນມູນເຊື້ອອັນດີງາມຂອງຊາດລາວ ຈົ່ງພາກັນເສີມຂະຫຍາຍ ສືບຕໍ່ປົກປັກຮັກສາເອກະລັກ ເພື່ອຄວາມກ້າວໜ້າ ແລະ ຊື່ສຽງຂອງຊາດລາວເຮົາ.


 


  Globalization impacts Lao traditional dressing
                                                          
  
Culture of dressing,  a heritage that ancestors have passed down to children and grandchildren,  is an identity of the nation to show the world.
Some dressing  modernize in each era,  based on popularity.  In the old day, people wore white or other light colored cloths to funeral, aiming to make transparent and good atmosphere and to help the participants and relatives of  the dead not to be sad.  Wearing red cloths to this event is prohibited and impolite, while wearing black cloths means mourning. In the Lao tradition, there is no mourning, Mourning is believed to make the soul of the dead anxious and unhappy.
In the present time, the majority of people wear black clothes to funeral and this practice is even considered a tradition of the country.
Traditionally, in order to go to temples for giving alms, women must tie hair in a bun and wear shawls on their shoulders. Today, it is seen that this practice is ignored. Women not only dont put shawls on their shoulders, but also wear miniskirts and one-sleeve shirts, showing their navels. This creates dark points for the religion. Signs should be put in the sacred sites in order to suggest visitors, particularly foreigners about what they should do.
When women wear traditional suits, people are able to recognize their nationality. Therefore, there are words saying that arts of women are flower to decorate the nation; etiquette, beauty and wealth of the nation gather in womens bodies. In Southeast Asia not only Lao women wear Sinh (skirt), but Myanmars, Cambodian and Malaysian ones also wear them. But dressing practice and characteristics of   Sinh are different. Lao women  wear   Sinh, which have hem and waist. Sinh that is worn should not cover feel because it might cause the lady to slip and fall. In the old day Lao women like to put gold or silver bracelets on their legs so they wore Sinh, which did not cover their ankles to show off their decoration. Wearing  Sinh,  that  do not cover calves, is impolite. Value of Sinh and silk shawls are beauty of Lao peoples arts. Hair tied in bun is decorated by gold chain and hairpin.
Beauty of Lao dressing   makes  foreigners favoured and interested in Lao textiles so Lao silk products are one of exported goods.
Please think together! Foreigners, who mean well, consider and pity instead of Lao people, who ignore and do not consider their fine traditions, which have existed for  a  long time. Even Tammakhoung (papaya salad), Lap Koy (spiced, minced meat dish) and Padek (fermented fish), which go with sticky rice every day, are showed to belong to others. Be careful!  If  Sinh of the nation is not preserved, others will take it.
There are plans to develop Laos as a tourism site to bring about economic development. Therefore, the fine cultural tradition of the Lao people should be preserved and expanded for the progress and reputation of the nation.


ไม่มีความคิดเห็น:

แสดงความคิดเห็น