ການທອດກະຖິນທອດໄດ້ພຽງແຕ່ປີລະ ໑ ຄັ້ງເທົ່ານັ້ນ ທ່ານຈຶ່ງຈັດໃຫ້
ເປັນກາລະທານ ໝາຍຄວາມວ່າ “ການຖວາຍທານຕາມກາລະສະໄໝ”ຄຳວ່າພິທີການທອດກະຖິນໝາຍຄວາມວ່າ “ທຳພິທີເອົາຜູ້ທີ່ຕ້ອງການ
ເຮັດເປັນກຜ້າກະຖິນນັ້ນນຳໄປທອດໄວ້
ວາງໄວ້ຖ່າມກາງສົງ” ເຈົ້າພາບບໍ່ໄດ້ຍົກຜ້າກະຖິນນັ້ນປະເຄນໃຫ້
ພຣະພິກຂຸ.
ຄຳວ່າ “ກະຖິນ”ເປັນຊື່ຂອງຂອບໄມ້ທີ່ຈະເອົາມາຂຶງເພື່ອເຮັດຈີວອນໃຫ້ໄດ້ຂະໜາດ
ຮຽກຕາມຄວາມ ເດີມວ່າ “ໄມ້ສະດຶງ”ເນື່ອງຈາກການເຮັດຜ້າຈີວອນໃນສະໄໝພຸດທະການພຣະສົງໄດ້ເຮັດກັນເອງ
ເພື່ອໃຫ້ງ່າຍຕໍ່ສະພາບຄວາມເປັນຢູ່ຂອງພຣະສົງທີ່ຢູ່ໂດຍປາສະຈາກພັນທະນາການຢູ່ແລ້ວແຕ່ຕ້ອງຖືກຕ້ອງຕາມ
ພຣະວິໄນດ້ວຍພຣະສົງກໍຕ້ອງກະຂະໜາດຂອງຜ້າຈີວອນທີ່ຕ້ອງການກ່ອນດ້ວຍການເອົາໄມ້“ກະຖິນ” ເຊິ່ງ ເປັນໄມ້ທີ່ບໍ່ຕ້ອງຫ້າມມາຕັດກະໄວ້ດີແລ້ວ
ຈຶ່ງເອົາຜ້າທີ່ຫາມາໄດ້ຈາກທີ່ຕ່າງໆ ມາແປະແລະຫຍິບຕໍ່ກັນໄປຈົນ ໄດ້ຕາມຖະໜາດນັ້ນ
ວິທີຕັດກະແລະຫຍິບທັງໝົດ ທ່ານຮຽກວ່າ“ການທຳຜ້າກະຖິນ” ການທຳຜ້າກະຖິນນັ້ນ ຈຶ່ງຕ້ອງການພຣະສົງຕັ້ງແຕ່
໕ອົງຂຶ້ນໄປຕຳກວ່ານັ້ນບໍ່ໄດ້, ດ້ວຍເຫດວ່າມີພິທີການເຮັດຜ້າກະຖິນນັ້ນ ເປັນດັ່ງ
ນີ້ ຄືວ່າ “ພຣະພິກຂຸ ໔ ອົງ
ທຳໜ້າທີ່ຂຶງຜ້າຢູ່ ໔ ແຈຂອງໄມ້ສະດຶງອົງລະແຈ ອີກອົງໜຶ່ງທີໜ້າທີ່ຫຍິບຜ້າ.
ຄຳວ່າ ການເຮັດຜ້າກະຖິນ ກໍຄືກຳນົດເອົາຜ້າຈີວອນຜືນໃດຝືນໜຶ່ງ“ຜ້າຈີວອນແມ່ນຫຍັງ ?” ຜ້າຈີ ວອນນັ້ນເຮົາຮຽກເອົາຜ້າ“ທັງໝົດທີ່ເປັນປັດໄຈສຳຄັນຂອງພຣະພິກຂຸ”ຈີວອນໃນຄວາມໝາຍຂອງຜ້າ ກໍຄືໃນ
ຮຽກຜ້ານຸ່ງຫົ່ມຂອງພຣະພິກຂຸທັງໝົດ ເຊິ່ງຮຽກຕາມພາສາປາລີວ່າ“ຜ້າໄຕຣ” ຫາກຮຽກຕາມຜາສາລາວວ່າ “ຜາໄກຼ” ຄຳວ່າ “ຜ້າໄກຼ ຫຼືຜ້າໄຕຣ” ກໍຕາມລ້ວນແຕ່ແປວ່າ “ຜ້າ ໓ ຜືນ” ໃນຜ້າສາມຜືນນັ້ນມີຄື“ສັງຄາຕິ, ອຸຕຕະຣະສັງຄັງ, ອັນຕະຣະວະສັງສະກັງ”ເມື່ອຮຽກຕາມພາສາລາວຮຽກວ່າ “ຜ້າສັງຄາ, ຜ້າຄຸມ ແລະຜ້າສະບົງ”ການເຮັດກະຖິນນັ້ນທ່ານໃຫ້ເຮັດຜືນໃດຜືນໜຶ່ງໃນ ໓ ຜືນກໍໄດ້
ຫຼືເຮັດທັງສາມຜືນກໍໄດ້ ທັງນີ້ແມ່ນອີງອາໄສ ເວລາ ແລະວັດຖຸພໍ,ແຕ່ເວລາອະທິຖານ
ການ ແລະຄອງກະຖິນນັ້ນໃຫ້ກຳນົດເອົາສະເພາະຜ້າຜືນໃດ ຜືນໜຶ່ງໃນ ໓ ຜືນ
ທັງນີ້ແມ່ນເພື່ອປະໂຫຍດໃນການຖືຄອງກະຖິນແລະນອກຈາກນັ້ນເປັນພຽງແຕ່ຜ້າປະກອບ ຮຽກວ່າ “ປະຣິຂະຣະໂຈຣັນຈະ”ຄືຜ້າບໍຣິຂານ ທີ່ໃຊ້ປະກອບໃນຜ້າໄກຼ,ຫາກມີຜ້ານອກຈາກໄກຼທີ່ເປັນອົງກະ
ຖິນແລ້ວ ໃຫ້ຮຽກວ່າ“ຜ້າບໍຣິວານກະຖິນ” ວັດຖຸເຄື່ອງທານໃນກອງກະ ຖິນ
ຈະເປັນຫຍັງກໍຕາມນັບແຕ່ຕຽງ ເສື່ອ ສາດ ໝອນ ມຸ່ງໃຫ້ຮຽກວ່າ ບໍຣິວານກະຖິນ
ຫຼືເຄື່ອງກອງກະຖິນ,ຄວາມສຳຄັນກໍເດັ່ນໄປໃນການໃຊ້ສອຍ ຕາມໜ້າທີ່ຂອງສິ່ງຂອງນັ້ນໆໄປ,ຄຳວ່າ “ຜ້າຈີວອນ” ໃນຄວາມໝາຍຂອງພິທີກັມນັ້ນຄືຊື່ຂອງພິທີເຮັດບຸນປະ
ເພດໜຶ່ງ ເຊິ່ງມີພຣະບໍຣົມມະພຸດທານຸຍາດໃຫ້ທາຍົກທາຍິກາຜູ້ປັກກະຖິນໄວ້ແລ້ວ
ຫຼືຜູ້ມີສັດທາຈະຖອດຜ້າ
ກະຖິນແຕ່ມີຄວາມຈຳເປັນຢ້ານຢູ່ບໍ່ທັນຈົນຮອດການກະຖິນໄດ້ທອດຖວາຍກ່ອນອອກພັນສາ ໗ ວັນ, ນັບແຕ່ ອອກໃໝ່ ໘ ຄ່ຳ, ຈົນຮອດເພັງ ໑໕ ຄ່ຳ
ແຕ່ໃຫ້ຮຽກວ່າ “ທອດຖວາຍຜ້າຈີວອນ” ວິທີທຳກໍຕ້ອງທຳແບບກະຖິນ ຄືມີການອຸປະໂຫລກຜ້ານັ້ນການອະນຸຍາດນັ້ນຊົງອະນຸຍາດໃຫ້ບຸກຄົນເຫຼົ່ານີ້ຄື:
໑. ຄົນປ່ວຍໄຂ້ ຄົນຊະຣາການ ມີຄວາມວິຕົກກັງວົນຕົນວ່າ
ຈະຢູ່ບໍ່ຮອດວັນທອດກະຖິນຈຶ່ງຂໍທອດ ກ່ອນກໍຊົງອະນຸຍາດ.
໒. ຂ້າຣັດຖະການ ທະຫານ ຕຳຫຼວດ
ຊຶ່ງມີໜ້າທີ່ປົກປ້ອງປະເທດຊາດບ້ານເມືອງ ຫາກຖືກໃຫ້ຍ້າຍ ໄປຈຳການ
ຫຼືໄປສູ້ຮົບຈັບເສີກ ຢ້ານວ່າກັບມາບໍ່ທັນວັນທອດກະຖິນກໍຊົງອະນຸຍາດໃຫ້ຖວາຍກ່ອນ.
ການຖວາຍຜ້າຈີວອນ
ທ່ານຮຽກວ່າຜ້າກ່ອນກະຖິນປັດຈຸບັນຍັງມີການເຮັດຢູ່ເຂດສີພັນດອນ.
(ແກ້ຂໍ້ສົງໄສ ວິນິດໄສຕາມຂໍ້ຊົງອະນຸຍາດທັງສອງປະການຂ້າງຕົ້ນນີ້ບໍ່ຮູ້
ຈຶ່ງມີຄວາມເຊື່ອຈົນເຂົ້າກະ ດູກດຳຂອງຄົນບາງກຸ່ມວ່າ“ຍັງບໍ່ທັນເຖົ້າຫ້າມເຮັດກະຖິນ” ຖາມເຂົາວ່າ ເປັນຫຍັງຈຶ່ງບໍ່ໃຫ້ເຮັດ“ກໍໄດ້ຄຳ ຕອບແບບໜ້າສົງສານວ່າ “ຢ້ານຕາຍໄປຮັບກອງບຸນ”ການເຊື່ອແບບນີ້ ຖືວ່າເປັນການຕັດຮອນກຳລັງສັດທາ
ໃນຜູ້ມີສັດທາ,ການຕັດກຳລັງທາງສາສະໜາ, ເປັນການປະໝາດໃນຊີວິດ
ແລະເປັນການຊີ້ທາງບາບ ຜູ້ແນະ ນຳແລະຜູ້ເຊື່ອຕາມຍ່ອມໄດ້ອະທິກັມທັງນັ້ນ).
ການເຮັດຜ້າກະຖິນ ໃນລັກສະນະນະເຊັ່ນນີ້ ຄືນັບແຕ່ຕັດ, ຫຍິບ, ຍ້ອມ
ໃຫ້ສຳເຣັດລົງໃນວັນດຽວນັ້ນແມ່ນມີເປົ້າໝາຍໃຫ້ສົງພ້ອມພຽງກັນດ້ວຍຄວາມສາມັກຄີ
ຮ່ວມໃຈກັນໃຫ້ເກີດຂຶ້ນແລ້ວໃນວັນນັ້ນ ແລະໃຫ້ສຳ ເລັດລົງໃນວັນນັ້ນ
ຜ້າກະຖິນທ່ານຈຶ່ງຈັດເປັນ “ມະຫາສາມັກຄີອີກທາງໜຶ່ງ” ຮຽກວ່າ“ສັງຄະສາມັກຄີ” ການ ທອດຖວາຍຜ້າກະຖິນຈຶ່ງຈັດເຂົ້າໃນປະເພດ“ສັງຄະທານ”, ສຳລັບໄມ້ສະດຶງ ທີ່ເປັນແມ່ແບບຂອງການຕັດຜ້າ
ຈີວອນນັ້ນ
ໃຫ້ເກັບມ້ຽນໄວ້ໃຊ້ໃນປີຕໍ່ໄປແຕ່ການເກັບຮຽກສາຈົນໃຫ້ເປັນຮູບຮ່າງໄວ້ນັ້ນແມ່ນໃຫ້ເກັບໄວ້ຈົນຮອດ
ເດືອນ ໔ ເພັງແລ້ວຈຶ່ງທຳການຮື້ຖອນ
ວິທີນີ້ຈຶ່ງຮຽກວ່າ “ເດາະ”ສະນັ້ນຄຳວ່າ “ກະຖິນເດາະ ຫຼືເດາະກະຖິນ” ໝາຍເຖິງການຮື້ໄມ້ແບບເພື່ອເກັບໄວ້ໃຊ້ໃນໂອກາດໜ້າ.
ກະຖິນນັ້ນເປັນຊື່ຂອງຜ້າ ແລະຕ້ອງເຮັດໃນເຂດທີ່ຊົງກຳນົດເວລາ
ເຮັດກ່ອນຫຼືຫຼັງເຂດກຳນົດ ບໍ່ຖືວ່າ “ຜ້າກະຖິນ”ການທອດຖວາຍຜ້າກະຖິນກຳນົດໃຫ້ເຮັດພຽງ ໑ ເດືອນເທົ່ານັ້ນ
ຄື ແຮມ ໑ ຄ່ຳເດືອນ ໑໑ ຈົນຮອດຂຶ້ນ ໑໒ ຄ່ຳ ເດືອນ ໑໒ ທີ່ເມືອງລາວໃນຈຳກັນງ່າຍໆ
ຄື ນັບແຕ່ມືຊ່ວງເຮືອປາກເຊຫຼືຊ່ວງເຮືອວຽງຈັນ ໄປຈົນຮອດວັນບຸນທາດຫຼວງວັນສຸດທ້າຍ
ນອກນັ້ນເລີຍເຂດກະຖິນ,ຜ້າທີ່ນຳເອົາເຮັດຜ້າກະຖິນໄດ້ຊົງມີອະນຸຍາດດັ່ງນີ້:
໑. ຜ້າໃໝ່ (ຄືຜ້າໃໝ່ໆຍັງບໍ່ທັນໄດ້ຕັດ, ຍ້ອມ
ແລະຫາມາໃໝ່ໆ).
໒. ຜ້າທຽມໃໝ່ (ຄືຜ້າທີ່ທີ່ຮັກສາໄວ້ນານແລ້ວທີ່ຍັງບໍ່ທັນໃຊ້,ຜ້າໃຊ້ແລ້ວທັງເກົ່າດ້ວຍ
ແຕ່ນຳມາຊັກ ຟອກຍ້ອມໃໝ່)
໓. ຜ້າບັງສະກຸນ (ຄືຜ້າທີ່ເຂົາຖິ້ມແລ້ວ, ຜ້າເປື້ອນດ້ວຍຝຸ່ນ, ຜ້າຫໍ່ສົບ
ໄດ້ມາແລ້ວເອົາມາຊັກຟອກ ແລະ ຍ້ອມ).
໔. ຜ້າຕົກຕາມຮ້ານ (ໝາຍເອົາຜ້າທີ່ເຂົາຂາຍໃນຕລາດ
ມີລັກສະນະ ໒ ແບບ ຄື ຜ້າທີ່ຕັດຫຍິບສຳເຣັດ ຮູບແລ້ວ,ແລະຜ້າທີ່ຍັງບໍ່ທັນຕັດສຳເຣັດຮູບ).
ຜູ້ທີ່ຈະຖວາຍຜ້າກະຖິນ ຫຼືຜູ້ທີ່ເຮົາຮຽກວ່າ “ເຈົ້າພາບກະຖິນນັ້ນ”ບໍ່ມີກຳນົດວ່າເປັນໃຜ ? ບໍ່ກຳນົດອາ
ຍຸໄດ້ແກ່ນັບຕັ້ງແຕ່ຜູ້ໃຫຍ່ຮອດເດັກນ້ອຍທີ່ຮູ້ຄວາມແລ້ວ,ບໍ່ກຳນົດຖານະທາງຊົນຊັ້ນ ນັບຕັ້ງແຕ່ຄົນທຸກ, ເສັຍອົງຄະສາງ
ຄົນຮັ່ງມີສີສຸກ ເສດຖີມີຮັ່ງ ຈົນຮອດຜູ້ນຳຂັ້ນສູງສະໄໝບູຮານຄືຮອດພະຍາຣາຊາ
ແລະພຣະພິຂຸສົງແລະສາມະເນນເອງກໍເປັນເຈົ້າສັດທາຖວາຍໄດ້.
ກະຖິນເປັນບຸນກິຣິຍາວັດຖຸ ໝາຍຄວາມວ່າການຖວາຍຜ້າກະຖິນະທານ
ແກ່ພຣະພິກຂຸຜູ້ຈຳພັນສາ ການຖ້ວນໄຕຣມາດຄົບ ໓ ເດືອນເພື່ອສົງເຄາະ, ອະນຸເຄາະ
ຜູ້ປະພຶດດີ ປະຕິບັດຊອບໃຫ້ມີຜ້ານຸ່ງຫົ່ມໃໝ່ຈະໄດ້ຜັດປ່ຽນຂອງເກົ່າທີ່ຂາດເສັຍ, ການທຳບຸນດ້ວຍຜ້າກະຖິນ
ຫຼືຮຽກວ່າ“ທອດກະຖິນ” ຄື ເຈົ້າພາບຖືຜ້າໄວ້ກ່າວຄຳຖວາຍຜ້າໃຫ້ເປັນຜ້າກະຖິນແລ້ວນຳເອົາຜ້າໄປວາງລົງທ່າມກາງພິກຂຸສົງ
ພຣະພິກຂຸທີ່ລົງມະຕິກັນເອງຕາມພຣະວິໄນແລ້ວກ່າວຄຳອຸປະໂລກະນະກັມ(ອຸປະໂລກຜ້າກະຖິນ)
ໝາຍຄວາມວ່າທຳໃຫ້ຜ້ານັ້ນ ເປັນຜ້າກະຖິນຕາມພຣະທັມມະວິໄນ
ເຊິ່ງເປັນໜ້າທີ່ຂອງພຣະພິກຂຸໂດຍສ່ວນດຽວຕໍ່ແຕ່ນີ້ໄປຍາດໂຍມບໍ່ໄດ້ມີສ່ວນກ່ຽວຂອງແລ້ວ
ຖືເປັນວຽກຂອງສົງ,ລັກສະນະເຊັ່ນນີ້ ຮຽກວ່າສັງຄະກັມ, ເປັນອັນວ່າແລ້ວວຽກການທອດກະຖິນສຳລັບສຳລັບຍາດໂຍມແລ້ວ.
ສຳລັບຍາດໂຍມ
ນຶກວ່າການເຮັດຜ້າກະຖິນເປັນເລື່ອງຍາກກໍບໍ່ຍາກປານໃດສຳລັບປັດຈຸບັນ ເພາະມີ ສັງຄາມະຕິ
ແລະຊົງອະນຸຍາດໃຫ້ເຮັດໄດ້ຫຼາຍວີທິເຊັ່ນ ການເລືອກຜ້າ, ການຫາຜ້າ,ກຳນົດອາຍຸ
ແລະຊົນຊັ້ນ ຕະຫຼອດວິທິເຮັດນັ້ນກໍມີດັ່ງນີ້:
໑. ເຮັດເປັນຜ້າມະຫາກະຖິນ(ຕັ້ງກອງມະຫາທານອັນໃຫຍ່ມີບໍຣິຂານ
ແລະບໍຣິວານອັນຫຼາຍ ແລະຊັກຊວນອວນຮຽກພີ່ນ້ອງລູກຫຼານທັງຢູ່ໃກ້ຢູ່ໃກມາຮ່ວມເປັນເຈົ້າພາບ
ຮ່ວມອະນຸໂມທະນາ ຫ້າງຫາກະກຽມຫຼາຍວັນ)
໒. ຈຸລະກະຖິນ ຫຼືກະຖິນ(ຄືກະຖິນທີ່ບໍ່ໄດ້ກະກຽມຟ້າວເຮັດຟ້າວທຳໃຫ້ແລ້ວໃນມື້ໜຶ່ງວັນດຽວ
ຈະມີບໍລິ ວານ ຫຼືບໍລິຂານຫຼາຍນ້ອຍພຽງໃດກໍໄດ້
ຂໍພຽງແຕ່ໃຫ້ມີຜ້າຈີວອນ ໑ ຜືນຂຶ້ນໄປເປັນອັນໃຊ້ໄດ້ ພ້ອມທັງບໍລິວານ ທີ່ຫາໄດ້).
໓. ກະຖິນສາມັກຄື(ຄືກັບຜ້າມະຫາກະຖິນທຸກຢ່າງຕ່າງແຕ່່ວ່າມີເຈົ້າພາບຫຼາຍຄົນ
ຈະເປັນບຸກຄົນ ຫຼືອົງກອນຍ່ອມໄດ້ທັງນັ້ນ)
໔. ກະຖິນຕົກຄ້າງ (ຈະເຮັດແບບໃດກໍໄດ້ໃນ ໓
ແບບທີ່ວ່າມາພຽງແຕ່ວ່າວັດທີ່ໄປທອດນັ້ນບໍ່ມີໃຜປັກກະ
ຖິນໄວ້ກ່ອນຫຼືວ່າປີນີ້ບໍ່ມີເຈົ້າພາບໃດມາທອດແນ່ນອນ ກໍໄປທອດຖວາຍວັດນັ້ນ
ແມ່ນວິທີການແກ້ໄຂກະຖິນ ຕົກຄ້າງ).
ກະຖິນເປັນຊື່ຂອງສັງຄະກັມ ຄືກິດຈະກັມຂອງສົງ(ສົງໝາຍເຖິງໝູ່
ເຖິງຄະນະ) ຕ້ອງມີການສູດ
ການ ປະກາດ
ຄວາມເຫັນຊອບຈາກທີ່ປະຊຸມສົງໃນການທີ່ຈະມອບຜ້າກະຖິນໃຫ້ແກ່ພຣະພິກຂຸອົງໃດອົງໜຶ່ງ
ເມື່ອທຳຈີວອນສຳເຣັດແລ້ວດ້ວຍຄວາມຮ່ວມມືຂອງພິກຂຸສົງທັງຫຼາຍ(ດຽວນີ້ພຣະສົງບໍ່ໄດ້ຕັດຜ້າຈີວອນເອງ)ເພື່ອ
ຈະໄດ້ເປີດໂອກາດຂະຫຍາຍເວລາໃຫ້ພຣະພິກຂຸອົງອື່ນເຮັດ ຫຼືຮັບຈີວອນໄດ້ອີກ ຈຶ່ງມີພຸດທານຸຍາດໃຫ້ຂະ
ຫຍາຍເວລາໄປຮອດເດືອນ ໔ ເພັງ, ທັງນີ້ກໍເພາະສະໄໝພຸດທະການນັ້ນການຫາຜ້າມາເຮັດຈີວອນ
ແມ່ນຫາ ກັນໄດ້ໂດຍຍາກ ແລະກໍບໍ່ຊົງອະນຸຍາດໃຫ້ພິກຂຸສະສົມຜ້າໄວ້ເກີນ
໑໐ ວັນ ແຕ່ເມື່ອພຣະພິກຂຸອົງໃດ ໄດ້ຊ່ວຍ ກັນທຳຈີວອນ ຄືຮ່ວມສັງຄະກັມ
ຫຼືຮ່ວມອະນຸໂມທະນາກະຖິນ ຊົງອະນຸຍາດໃຫ້ສະແຫວງຫາຜ້າ ແລະເກັບ
ສະສົມຈີວອນໄດ້ຕົຈົນຕະຫຼອດລະດຸໜາວ ຈົນເຖິງ ໑໕ ຄ່ຳ ເດືອນ ໔ວິທີເກັບຜ້ານີ້ຊົງຮຽກວ່າ “ວິກັບ” ເລີຍ
ຈາກເດືອນ ໔ ເພັງໄປໃຫ້ສະຫຼະຜ້າ ດ້ວຍການຖອນຜ້າ, ຈາກຄວາມໝາຍຂ້າງເທິງນີ້ ມີຄວາມກ່ຽວຂ້ອງກັນ ຄື
ເມື່ອສົງທຳສັງຄະກັມເຣື່ອງຜ້າກະຖິນແລ້ວສົງທຳການອະນຸໂມທະນາ ຄືສະແດງຄວາມຍິນດີ ວ່າໄດ້ການກະ
ຖິນແລ້ວ,ຄຳວ່າການກະຖິນນັ້ນ ຄືການຄາດຜ້າ
ກະຜ້າ ແລະທາບຜ້າລົງກັບໄມ້ ເພື່ອຕັດຫຍິບ ຍ້ອມເຮັດເປັນ ຜືນ ແລ້ວກຳນົດເອົາຜືນໃດຜືນໜຶ່ງໃນ
໓ ຜືນນັ້ນເຮັດເປັນກະຖິນ.
ຍັງມີຄຳອີກຄຳໜຶ່ງ ທີ່ເຮົາໄດ້ຍິນສະເໝີສຳລັບຜູ້ທີ່ຈະທອດກະຖິນ ຄື
ການປັກກະຖິນ ຄືການ ຈ່ອງກະ ຖິນໝາຍເຖິງການສະແດງເຈດຈຳນົງວ່າຈະທອດກະຖິນໃນວັດນີ້
ຈະເປັນດ້ວຍວາຈາ ຫຼືດ້ວຍລາຍລັກອັກ ສອນແຕ່ເທົ່າທີ່ນິຍົມກັນນັ້ນແມ່ນດ້ວຍລາຍລັກອັກສອນ
ຄືຂຽນເຈດຈຳນົງລົງໄປແລ້ວເອົາໄປຜິດປະກາດໄວ້ ໃນວັດບ່ອນທີ່ຄົນເຫັນງ່າຍ
ຈະເປັນສາລາໂຮງທັມ, ສິມ ກຸຕິເຈົ້າອາວາດ
ເມື່ອຈ່ອງແລ້ວກໍຕ້ອງນຳຜ້າກະຖິນ ໄປທອດຖວາຍພາຍໃນກຳນົດເວລາ ໑ ເດືອນ ຕາມກຳນົດທາງທັມວິໄນດັ່ງທີ່ກ່າວແລ້ວ.
ອີກຄຳໜຶ່ງ ທີ່ມັກໄດ້ຍິນໃນຂະນະທີ່ທອດກະຖິນນັ້ນ ຄືຄຳວ່າ“ອະປະໂລກກະຖິນ” ໝາຍເຖິງພຣະພິກຂຸອົງໃດອົງໜຶ່ງກ່າວຂຶ້ນໃນທີ່ປະຊຸມ
ຖາມຄວາມເຫັນຊອບວ່າຄວນມີການການກະຖິນບໍຫຼືບໍ່ ? ເມື່ອເຫັນຊອບ ຮ່ວມກັນແລ້ວ
ຄວນຖວາຍແກ່ພຣະພິກຂຸອົງໃດ ?ການປຶກສາຫາລືການຖາມຄວາມເຫັນເຊັ່ນນີ້ຮຽກວ່າອະປະ
ໂລກ(ອ່ານວ່າ ອະ-ປະ-ໂຫຼກ) ເມື່ອອະປະໂລກແລ້ວ ກໍຕ້ອງສູດປະກາດເປັນການສົງ
ຈຶ່ງຖືວ່າເປັນສັງຄະກັມ ຫຼືກະຖີນັຕຖາກິດ ດັ່ງທີ່ກ່າວໄວ້ແລ້ວ.
ມີຂໍສົງໄສອີກຢ່າງໜຶ່ງວ່າ ວັດທີ່ບໍ່ມີສິມທອດຖວາຍຜ້າກະຖິນໄດ້ບໍ ?ຄວາມຈິງແລ້ວການທອດກະຖິນ
ນັ້ນຈະທອດທີ່ໃດກໍໄດ້ ທອດທີ່ວັດບ້ານ,ວັດປ່າ, ສຳນັກສົງທີ່ບໍ່ແມ່ນວັດ
ແຕ່ພຣະສົງໄປຈຳພັນສາຢູ່ ກໍຍ່ອມໄດ້ທັ້ງ
ແຕ່ເວລາທຳສັງຄະກັມນັ້ນພຣະສົງກໍຕ້ອງໄປທຳກັນຢູ່ສິມ ຫຼືເຂດທີ່ສົງກຳນົດແລ້ວ, ເຊັ່ນໄປສູດຢູ່ສິມໃນວັດ
ທີ່ມີສິມ ຫຼືກຳນົດສະຖານທີ່ຕ່າງໆຕາມພຣະວິໄນກຳນົດ(ໃຫ້ເບິ່ງໃນພຣະວິໄນວ່າດ້ວຍສິມ), ທັງນີ້ກໍມີຄຳ
ຖາມທີ່ວ່າ“ວັດວັດບໍ່ມີພຣະມີແຕ່ສາມະເນນເດ
ຖອດກະຖິນໄດ້ບໍ ?” ຕ້ອງຕອບວ່າ“ບໍ່ໄດ້” ເພາະວ່າ “ຄຳວ່າ
ພິກຂຸສົງ” ຈຶ່ງໝາຍເຖິງພຣະພິກຂຸແຕ່ ໔ ອົງຂຶ້ນໄປ, ແລ້ວວັດມີພຣະແຕ່ ໓ ອົງເດຖອດກະຖິນໄດ້ບໍ ? ກໍຕອບ
ໃນທຳນອງດຽວກັນວ່າ “ເພາະກະຖິນເປັນສັງຄະກັມຕ້ອງມີພຣະພິກຂຸສົງແຕ່ ໔ ອົງຂຶ້ນໄປ
ແມ່ນແຕ່ມີພຣະ ເກີນ ໕ ອົງແຕ່ວ່າພຣະສົງທີ່ອະທິຖານເຂົ້າພັນສາພຽງແຕ່
໓ ອົງ ຫຼືພຣະສົງບາງອົງຂາດພັນສາກໍຖວາຍຜ້າ ກະຖິນບໍ່ໄດ້ ແຕ່ກໍມີການອະນຸໂລມເຮັດກັນມາ
ເນື່ອງຈາກວ່າວັດບາງວັດດຽວນີ້ຫາພຣະເກີນຫ້າອົງຈຳພັນສາ ຍາກແລ້ວ.
ໃນປັດຈຸບັນນີ້
ມີຜູ້ຖວາຍຜ້າກະຖິນກັນຢ່າງແຜ່ຫຼາຍດ້ວຍປັດໄຈຫຼາຍປະການ ເຊັ່ນ ຄົນຮັ່ງມີຫຼາຍຂຶ້ນ, ການຫາຜ້າໄດ້ງ່າຍຂຶ້ນ,ດັ່ງທີ່ກ່າວໄວ້ແລ້ວໃນຕອນຕົ້ນວ່າການຫານຜ້າມາເຮັດກະຖິນນັ້ນມີລັກສະນະເຊັ່ນ
ໃດ, ໂດຍສະເພາະແລ້ວແມ່ນການທີ່ຫາຜ້າມາເຮັດກະຖິນນັ້ນ
ແມ່ນວ່າຫາຊື້ເອົາຕາມຮ້ານແມ່ນມີຫຼາຍ ການ ເຮັດຜ້າກະຖິນໃນເມື່ອກ່ອນຕ້ອງໄມ້ສະດຶງ
ຈຶ່ງເລີກໃຊ້ກັນໄປໂດຍປະຣິຍາຍແລະອີກຢ່າງໜຶ່ງການນິຍົມກັນ
ເຮັດບຸນກະຖິນຢ່າງແຜ່ຫຼາຍໃນທົ່ວປະເທດນັ້ນຖືເປັນປະເພນີນິຍົມທີ່ກໍ່ໃຫ້ເກີດມະຫາກຸສົນຫຼາຍຢ່າງ
ໂດຍສະເພາະແລ້ວຖືເປັນການປົກປັກຮັກສາ
ແລະສືບທອດຳພຣະພຸດທະສາສນາໃຫ້ຍືນຍົງສະຖາພອນໄປທົ່ວກາລະອາວະສານ
ແລະການທອດກະຖິນຍັງເປັນການສ້າງສາທາລະນະປະໂຫຍດໃຫ້ແກ່ສາສນາ ກໍຄືຊາດ
ໂດຍທີ່ປັດໃຈເງິນຄຳທີ່ໄດ້ຈາກການອະນຸໂມທະນາບຸນຂອງຍາດພີ່ນ້ອງນັ້ນ ຍັງໄດ້ເອົາໄປປະຕິສັງສອນວັດ, ໂຮງຮຽນ
ຂອງວັດ ຫຼືຂອງບ້ານໄດ້ ນັບວ່າພັດທະນາຊາດສາສນາໄປພ້ອມໆກັນ.
ສະນັ້ນ, ຍາດໂຍມຜູ້ຫວັງຄວາມສຸກຄວາມຈະເລີນໃນໂລກນີ້
ຈົ່ງຂ້ຽວເຮັດຂ້ຽວທຳ ຄັນເຮົາໄປລໍເວລາ ກໍກາຍເປັນການປະໝາດໃນຊີວິດ ແລະຊັບສິນ ເພາະທຸກຢ່າງບໍ່ແນ່ນອນນັ້ນເອງ.
ຄວາມໝາຍຂອງກະຖິນ:
ຄວາມໝາຍ: ພິທີເຮັດບຸນທອດກະຖິນ
ເປັນງານບຸນທີ່ນິຍົມເຮັດກັນຂຶ້ນປີລະຄັ້ງ ທ່ານຈຶ່ງຈັດຂຶ້ນເປັນ“ກາລະທານ” ແປວ່າ “ຖວາຍທານນີ້ຕາມກາລສມັຍ” ຄືກຳນົດກາລ ທີ່ ພຸດທະບັນຍັຕໄວ້ພຽງ 1 ເດືອນທ້າຍຣະດູຝົນ.
ຄຳວ່າ “ກະຖິນ” ມີຄວາມໝາຍກ່ຽວຂ້ອງກັນຢູ່ຫຼາຍ ເຊິ່ງຄວາມໝາຍນັ້ນ ປາກົຕມີ ມາດ່ັງນີ້:
1/- ກະຖິນທີ່ເປັນຊື່ຂອງຂອບໄມ້:
ຂອບໄມ້ແມ່ແບບສຳລັບເຮັດຈີວອນ ເຊິ່ງມີກາຣ ຮຽກກັນວ່າໄມ້“ສະດຶງ” ກໍມີ, ເນື່ອງຈາກໃນສມັຍພຸດທະກາລ, ກາຣກະທຳຈີ ວອນໃຫ້ມີຮູບລັກສະນະຕາມພຸດທະກຳນົດ
ກະທຳໄດ້ໂດຍຢາກ ຈຶ່ງຕ້ອງໄດ້ຕີແບບ ຫຼືເຮັດຂອບໄວ້ກ່ອນ,ຄືເອົາມາເຮັດຂອບໄວ້ກ່ອນ ເພື່ອເປັນອຸປະກອນສຳ ຄັນ ໃນກາຣເຮັດຜ້ານຸ່ງ ຫຼື
ຜ້າຫົ່ມຊ້ອນ ທັງສາມຢ່າງ ຮຽກຣວມກັນວ່າ“ຈີວະຣັງ ໃນພາສາປາລີ ຫຼືຜ້າຈີວວອນ ໃນພາສາລາວ”, ແຕ່ຖ້າຈະຮຽກເປັນແຕ່ລະປະເພດແຍກອອກເປັນ3 ຜືນ
ຕາມພາສາລາວຮຽກວ່າ
- ຜ້າຄຸມ: ເປັນຜ້າສຳລັບຫົ່ມ ຫຼືຄຸມໂຕ
ຈຶ່ງຮຽກວ່າຜ້າຄຸມ.
- ຜ້າສັງຄາຕິ ຫຼືຮຽກວ່າ “ສັງຄາຕ໌” ເປັນຜ້າຫົ່ມຊ້ອນເວລາໜາວ ຫຼືຜ້າປູນອນ ຫຼືໝູນຫົວ ແຕ່ປັຈຈຸບັນນີ້
ເຮົາຈະປາກົດເຫັນພຣະສົງນຳມາພາດບ່າ ຢ່າງດຽວ ບາງສຳນັກຖືກັນໜັກຖືກັນໜາວ່າເປັນຜ້າພິເສດ.
- ຜ້າສະບົງ: ຄືຜ້ານຸ່ງ ມີຄວາມໝາຍດຽວກັບຄຳວ່າ“ຜ້າສະໂລ້ງ” ຂອງພໍ່ອອກ ນຸ່ງ.
ການກຳນົດເຮັດຜ້າກະຖິນນີ້ ທ່ານໃຫ້ກຳນົດເອົາຜ້າຜືນໃດຜືນໜຶ່ງ
ໃນຈຳນວນ 3 ຜືນນີ້ ໃຫ້ເປັນຜ້າກະຖິນ, ຄືການເປັນຜ້າສຳລັບຜ້າກະຖິນ,ບໍ່ແມ່ນໝາຍເອົາຜ້າທັງຜືນ, ແຕ່ບາງສຳນັກຈະການເອົາທັງ 3ຜືນກໍອາດຈະໄດ້ , ສຳຄັນວ່າ ເວລາຄອງຜ້າ
ຫຼືຮັກສາຜ້າ ບໍ່ໃຫ້ຂາດ, ບໍ່ໃຫ້ເສັຍໄປຈົນຮອດເດືອນ 4ນັ້ນຈະສາມາດຮັກສາຄົບທຸກຜືນບໍ່ນັ້ນເປັນເຣື່ອງ ຢາກ,ສະນັ້ນປະເພນີນິຍົມຈຶ່ງກົດນົດຜ້າສັງຄາຕິ ການເປັນຜ້າກະຖິນ.
ການທຳຜ້າໂດຍອາໄສແມ່ແບບເຊັ່ນນີ້ນັ້ນ,ວິທີການເຮັດກໍຄືເມື່ອໄດ້ແບບ ຫຼືໄມ້ສະດຶງ ທີ່ຈະມາຂຶງຜ້າແລ້ວ,ຜູ້ເຮັດ ຫຼືຄະນະສົງ ກໍຕ້ອງໄດ້ນຳເອົາຜ້ານັ້ນລົງໄປທາບກັບແມ່ແບບ ຫຼືໄມ້ຂຶງນັ້ນ
ແລະ ຕັດ, ຫຍິບ, ຍ້ອມ ການເຮັດຜ້າມີຂໍ້ກຳນົດຄືໃຫ້ແລ້ວໃນວັນນັ້ນ,ດ້ວຍຄວາມສາມັກຄີຂອງສົງ ຖືເປັນກາຣຮ່ວມໃຈກັນກະທຳໃນກິດທີ່ເກີດຂຶ້ນ
ຈຶ່ງຊື່ວ່າສັງຄະສາ ມັຄຄີ, ແລະ ເມື່ອທຳສຳເຣັດແລ້ວ ຫຼືເມື່ອພົ້ນກຳນົດກາຣແລ້ວ
ແມ່ແບບຫຼືກະຖິນນັ້ນ ກໍຈະຮື້ເກັບຮັກສາໄວ້ໃນກາຣເຮັດຜ້າເຊັ່ນນັ້ນໃນປີຕໍ່ໆໄປ,ກາຣຮືແບບໄມ້ນີ້ຮຽກວ່າ ເດາະ ສະ ນັ້ນຄຳວ່າ ກະຖິນເດາະ ຫຼື ເດາະກະຖິນ
ຈຶ່ງໝາຍເຖິງກາຣຮື້ໄມ້ແບບເພື່ອເກັບໄວ້ໃຊ້ໃນໂອ ກາສໜ້າ ນັ້ນເອງ.
2/- ກະຖິນເປັນຊື່ຂອງພັນໄມ້:
ຕາມຄວາມໝາຍຂອງອາຈາຣຍ໌ທາງສາສນາບາງທ່ານວ່າ ຄຳວ່າ“ກິນຖິນ” ເປັນຊື່ຂອງພັນໄມ້ ທີ່ຈະນຳມາໃຊ້ເປັນໄມ້ສະດຶງ ເປັນແບບຂຶງຜ້າ
ທີ່ຈະຕັດເປັນຜ້າຈີວອນນັ້ນ, ໃນສມັຍພຸດທະການ ໄມ້ຖະຖິນຄົງຈະເປັນໄມ້ຫາງ່າຍ
ແລະ ເປັນເປັນໄມ້ທີ່ຕ້ອງຫ້າມຂອງທາງການສມັຍນັ້ນ,ພຣະສົງຈຶ່ງເອົາໄມ້ປະເພສນີ້ມາເຮັດໄມ້ສະດຶງ ເພື່ອຂຶງຜ້າຈີຈອນ ຄຳວ່າຜ້າກະຖິນ
ກໍໄດ້ຊື່ຕາມໄມ້ທີ່ມາເຮັດນີ້.
3/- ກະຖິນເປັນຊື່ຂອງຜ້າ:
ໝາຍເຖິງຜ້າທີ່ຖວາຍເປັນກະຖິນພາຍໃນກຳນົດກາຣ 1 ເດືອນ,ໂດຍເຣີ່ມຈາກແຮມ 1 ຄ່ຳ, ເດືອນ 11 ໄປົຈນເຖິງຂຶ້ນ 15 ຄ່ຳ ເດືອນ 12 ຜ້າທີ່ຈະຖວາຍນັ້ນຈະເປັນຜ້າໃໝ່ ຫຼືຜ້າທຽມໃໝ່(ຄຳວ່າຜ້າທຽມໃໝ່
ໝາຍວ່າຜ້າທີ່ເກັບຮັກສາໄວ້ມາຫຼາຍປີແລ້ວ,ຫຼືຜ້າເກ່ົາທີ່ເອົາມາຊັກຟອກໃຫ້ສະອາດແລ້ວ
ນຳເອົາມາຍ້ອມໃຫ້ເປັນສີໃໝ່) ຜ້າເກົ່າ ຫຼືຜ້າບັງສະກຸນ(ຄືຜ້າທີ່ເຂົາຖີິ້ມແລ້ວ ແລະ
ເປັນຜ້າທີ່ເປື້ນດ້ວຍຝຸ່ນ) ຫຼືຜ້າທີ່ຕົກ ຕາມຮ້ານ(ຄືຜ້າທີ່ເຂົາຂາຍໃນທ້ອງຕລາດ)ກໍໄດ້,ສ່ວນຜູ້ຖວາຍຈະເປັນຣືຫັດກໍໄດ້, ເປັນ ພຣະພິກຂຸ-ສາມະເນນກໍໄດ້
ແລ້ວນຳເອົາມາຖວາຍແກ່ສົງ ກໍເປັນອັນວ່າໃຊ້ໄດ້, ສິ່ງສຳຄັນການຖວາຍຜ້າມະຫາກະຖິນນີ້
ບໍ່ໄດ້ກົດນົດອາຍຸ ແລະ ຖານະຂອງຜູ້ຖວາຍກະຖິນ.
4/- ກະຖິນເປັນຊື່ຂອງທານປະເພດສັງຄະທານ: ກະຖິນ
ຕາມພຸດທະບັນຍັຕແລ້ວ ຈັດເປັນສັງຄະທານປະເພສໜຶ່ງທີ່ສຳຄັນ, ເນື່ອງຈາກວ່າ ການທານກະຖິນນັ້ນ ຕ້ອງຖວາຍໃຫ້ແກ່ພຣະພິກຂຸສົງ
ທີ່ສາມາດຮ່ວມສັງຄະກັມກັນໄດ້ ຄື:
ກ. ຈຳພັນສາຢູ່ວັດນັ້ນໆ ຄົບໄຕຣມາສ 3 ເດືອນ.
ຂ. ບໍ່ຕ້ອງສັງຄາທິເສດ.
ຄ. ພຣະພິກຂຸຈຳພັນສາຄົບ 3 ເດືອນ, ບໍ່ໃຫ້ຕ່ຳກວ່າ 5 ອົງ,ຕ່ຳກວ່າ 5 ພຣະວິນັຍບໍ່ອະນຸຍາຕ.
ງ. ເວລາຖວາຍຕ້ອງໃຫ້ພຣະສົງທີ່ຈຳພັນສາຢູ່ວັດນັ້ນ
ຕ້ອງມີໜ້າໃນກາຣຖວາຍກະຖິນທຸກອົງ,ເວັ້ນເສັຍແຕ່ວ່າພຣະພິກຂຸສົງອົງໃດອອກມີທຸຣະອອກຈາກວັດໄປ
ແລະ ປະຣະນາແກ່າຄະນະສົງ ໄວ້ວ່າຈະບໍ່ມາຮັບກະຖິນອີກ,ຄືອອກໄປເລີຍຈົນພົ້ນເຂດກະຖິນ, ຈຶ່ງກັບມາໄດ້.
5/- ກະຖິນເປັນຊື່ຂອງບຸນກິຣິຍາວັຕຖຸ
ຄືກາຣທຳບຸນປະເພດໜຶ່ງ ທີ່ກຳນົດເອົາ ວັຕຖຸເປັນຊືຮຽກ.
ການຖວານຜ້າກະຖິນເປັນທານແກ່ຄະນະສົງ
ຜູ້ຈຳພັນສາຢູ່ໃນວັດໃນວັດໜຶ່ງ, ຫຼືສຳນັກໃດສຳນັກໜຶ່ງ ຈຸດສົງ ແລະ
ເປົ້າໝາຍຂອງຜູ້ຖວາຍນອກຈາກຄຳນຶ່ງເຖິງມະຫາກຸສົນອັກຈັກເກີດແກ່ຜູ້ເຮັດແລ້ວ,ຍັງເພື່ອສົງເຄາະ ອະນຸເຄາະແກ້ທ່ານຜູ້ປະພຶດດີປະຕິບັດຊອບ ໃຫ້ມີຜ້ານຸ່ງ
ຫຼືຜ້າຫົ່ມໃໝ່, ຈະໄດໃຫ່ຜັດປ່ຽນຂອງເກົ່າທີ່ຈະຂາດ ຫຼືຊຳຣຸດຊຸດໂຊມ.
ການທຳບຸນຜ້າຖະຖິນ ຫຼືຮຽກວ່າບຸນທອດກະຖິນ ຄື
ທອດເພື່ອວາງຜ້າລົງໄປແລ້ວກ່າວຄຳຖວາຍໃນທ່າມກາງສົງ ຮຽກໄດ້ວ່າ ເປັນສັງຄະທານຢ່າງໜຶ່ງ,ເປັນກາຣຖວາຍໃຫ້ແກ່ຄະນະສົງເປັນໃຫຍ່ໃນການຕັດສິນວ່າ
ເມື່ອອະຕິເລກະລາບເກີດຂຶ້ນແລ້ວ ຄະນະສົງ ຈະແຕ່ງຕັ້ງ ພຣະສົງອົງໜຶ່ງແຈກພັຕ
ຕາມພຣະທັມມະວິໄນ, ເຊິ່ງຮຽກວ່າ“ອະປະໂລກະນາກັມ ຫຼືອຸປະໂລກກະຖິນ” ນັ້ນເອງ ວິທີນີ້ຈະຮຽກວ່າເປັນຫຼັກປະຊາທິປະໄຕຣ
ໃນທາງພຣະພຸທທະສາສນາໄດ້ວາງຮາກຖານໄວ້ ເພື່ອກຳຈັດຂໍຂັດແຍ້ງທາງພຣະທັມວິນັຍທີ່ອາດ
ຈະເກີດຂຶ້ນຕໍ່ຄະນະສົງ(ໝູ່ຄະນະ)ໃນພາຍພາກໜ້າ ຫຼືຫຼັກວິທີກາຣຢູ່ຮ່ວມກັນໂດສັຍຕິ ຂອງ
ຄົນຈຳນວນຫຼາຍນັ້ນເອງ.
ທີ່ຮຽກວ່າ ການທອດກະຖິນ ກໍເພາະວ່າບໍ່ໄດ້ປະເຄນເລີຍ
ເພາະເມື່ອເຈົ້າພາບຫຼັງຈາກກ່າວຄຳຖວາຍແລ້ວ ຕ້ອງນຳເອົາຜ້າອົງກະຖິນນັ້ນລົງທ່າມກາງສົງ, ຫຼັງຈາກນັ້ນ ກໍປ່ອຍໃຫ້ຄະນະສົງຈັດກາຣກັນເອງຕາມພຣະທັມມະວິນັຍທີ່ກຳນົດ,ວິທີນີ້ໝາຍວ່າ ຍາກໂຍມ ຜູ້ເປັນເຈົ້າສັດທາກໍຕາມ,ພຣະພິກຂຸອົງໃດອົງໜຶ່ງກໍຕາມ ບໍ່ມີສິດທີຈັດກາຣ ອະຕິເລກ
ກະລາບທີ່ເກີດຂຶ້ນນັ້ນໂດຍລຳພັງຕົນຜູ້ດຽວ,ຫາກເປັນໄປຕາມມະຕິຂອງຄະນະສົງ, ການທີ່ ຮຽກວ່າກາລະທານັ້ນ ກໍເພາະວ່າໃນປີໜຶ່ງທານໄດ້ຄັ້ງດຽວ ແລະ
ວັດດຽວກໍມີສິດທີ່ຈະຮັບກະ ຖິນໄດ້ພຽງກອງດຽວເທົ່ານັ້ນ,ຄຳວ່າທານໄດ້ທານໄດ້ຄັ້ງດຽວ ເນື່ອງຈາກວ່າ ກຳນົດໃຫ້ທຽນ ພຽງເດືອນໜຶ່ງເທົ່ານັ້ນ
ຕາມທີ່ກຳນົດແລ້ວ,ຫາກມີກາຣທານຂຶ້ນກ່ອນໜ້ານີ້ພຽງ 1 ວັນ ຫຼືທານກາຍວັນກຳນົດໄປແລ້ວພຽງໜຶ່ງວັນ ບໍ່ນັບວ່າເປັນຜ້າກະຖິນ, ຈະຮຽກຊື່ໄປຕ່າງໆກັນດ່ັງນີ້,ຖ້າຖວາຍກ່ອນພັນສາ ຫຼືກາລພັນສາ
ມັກຈະຮຽກວ່າຜ້າຈຳນຳພັນສາ, ຫາກຖວາຍໃນ ຂຶ້ນ 8 ຄ່ຳ,ຈົນເຖິງ ຂຶ້ນ 15 ຄ່ຳເດືອນ 11 ໃຫ້ຮຽກວ່າຜ້າຈີວອນ,ຖ້າຖວາຍກາຍກຳນົດການຖະຖິນໄປໃຫ້ຮຽກວ່າ ຜ້າປ່າ,ຫຼືຖວານອັຕຖະ ເຫຼົ່ານີ້ເປັນຕົ້ນ.
6/- ກະຖິນ ເປັນຊື່ຂອງສັງຄະກັມ:
ຄືກິດຈະກັມຂອງຂອງສົງກໍຈະມີກາຣສູຕ ປະ ກາດຂໍຮັບຄວາມເຫັນຊອບຈາກທີ່ປະຊຸມສົງ
ໃນການມແບກະຖິນໃຫ້ແກ່ພຮະພິກຂຸສົງອົງໃດອົງໜຶ່ງ
ເມື່ອກະທຳກະຖິນສະເຣັດແລ້ວດ້ວຍຄວາມຮ່ວມມື ຂອງພຮະພິກຂຸທັງຫຼາຍກໍຈະໄດ້ເປັນໂອກາດ
ໃຫ້ໄດ້ຊ່ວຍກັນກະທຳຈີວອນ ໄດ້ອີກ 4 ເດືອນ,ທັງນີ້ເພາະໃນສມັຍພຸດ ທະກາລກາຣຫາຜ້າ ມາກະທຳເປັນຈີວອນຫາໄດ້ໂດຍຢາກ
ສະນັ້ນພຣະພຸດທະອົງຈຶ່ງບໍ່ຊົງໃຫ້ສະສົມ(ເກັບມ້ຽນ)ໄວ້ເກີນ 10ວັນ,ແຕ່ເມື່ອໄດ້ຊ່ວຍກັນໄດ້ທຳສັງຄະກັມເຣື່ອງຄະຖິນແລ້ວອະນຸຍາຕໃຫ້ສະແຫວງຫາຜ້າ ແລະ
ເກັບມ້ຽນໄວ້ເພື່ອກະທຳເປັນຈີວອນ ໄດ້ຈົນຕລອດ ຣະດູໜາວ ຄືຈົນເຖິງວັນ 15 ຄ່ຳເດືອນ 4.
ຈາກຄວາມໝາຍຂ້າງຕົ້ນຈະເຫັນວ່າ ມີຄວາມກ່ຽວຂ້ອງກັນ 4ປະກາຣ ເມື່ອສົງກະທຳສັງຄະກັມເຣື່ອງກະຖິນສຳເຣັດແລ້ວ ແລະ ປະຊຸມກັນອະນຸໂມທະນາກະຖິນ
ຄືສະແດງຄວາມພໍໃຈ ວ່າໄດ້ກຣານກະຖິນສຳເຣັດແລ້ວ ກໍເປັນອັນສຳເຣັດພິທີ
ຄຳວ່າກະຖິນຄືການປູຜ້າລົງທັບໄປກັບຂອບໄມ້ແມ່ແບບເພື່ອຕັດຫຍິບ ຍ້ອມ ແລະ
ເຮັດໃຫ້ເປັນຜ້າຈີວອນຜືນໃດຜືນໜຶ່ງ
ຍັງມີຄຳອີກຄຳໜຶ່ງເຮົາໄດ້ຍິນກັນກ່ອນຈະມີກາຣເຮັດບຸນກະຖິນ ຄື ການຈ່ອງກະຖິນ
ໝາຍເຖິງກາຣສະແດງ ຄວາມຈຳນົງ ຫຼືເຈຕຈຳນົງທີ່ເປັນລາຍລັກອັກສອນ
ຫຼືດ້ວຍວາຈາຕໍ່ທາງວັດວ່າ ຈະນຳກະຖິນມາທອດຖວາຍໃນອາວາດນີ້ ສະນັ້ນ,ກ່ອນຈະຖອດກະຖິນນັ້ນ ຈຶ່ງມີປະເພນີກາຣຈ່ອງກະຖິນ,ການຈ່ອງກະຖິນຕ້ອງຂຽນໃບຈ່ອງກະຖິນມາຕິດ ບາງຄັ້ງເພີ່ນກໍຮຽກວ່າປັກຖະຖິນ(ມີຄຳປັກກະຖິນຈະຮ່າງເປັນແບບໄວ້ໃນທ້າຍໜັງສືນີ້).
ການຈ່ອງກະຖິນ
ຫຼືປັກກະຖິນຕ້ອງເຮັດເປັນເຈັ້ຍຫຼືວັດສະດຸທີ່ໃຊ້ແທນເຈັ້ຍ ແລະ ຂຽນຄຳປັກກະຖິນລົງໄປ
ແລ້ວນຳໄປຕິດປະກາດໄປໄວ້ໃນສິມ,ຫໍແຈກ, ຫຼືກຸດຕິເຈົ້າອະທິ
ກາຣວັດ ຫຼືທີ່ໃດກໍໄດ້,ແຕ່ຕ້ອງໃຫ້ພຣະສົງ-ສາມະເນນໃນວັດນັ້ນ
ຫຼືຍາຕໂຍມທີ່ມາໃນວັດເຫັນ ຈຸດປະສົງກໍມີ 2 ປະການດ່ັງນີ້
ຄື:
1.ເພື່ອເຕືອນໃຫ້ພຣະພິກຂຸສົງໃນວັດນັ້ນຮູ້ວ່າມີກະຖິນຈະມາທອດຖວາຍໃນວັດນີ້
ຈະໄດ້ກຽມຕົວຕ້ອນຮັບ.
2. ເພື່ອປ້ອງກັນບໍ່ໃຫ່ຍາດໂຍມຄົນອື່ນມາປັກກະຖິນທັບຊ້ອນກັນ,ເພາະມີຂໍ້ບັນຍັດວ່າວັດໜຶ່ງໆ ທອດ ແລະ ຮັບກະຖິນໄດ້ພຽງກອງດຽວເທົ່ານັ້ນ.
ເມື່ອໃກ້ອອກພັນສາ ຫຼືອອກພັນສາແລ້ວ
ເຈົ້າພາຍຈຶ່ງໄດ້ເຂົ້າມາຍັງວັດ ເພື່ອຕົກລົງ ກຳນົດວັນທອດຜ້າມະຫາກະຖິນ
ໃຫ້ເລືອກເອົາວັນໃດກໍໄດ້ ແຕ່ຕ້ອງໃຫ້ຢູ່ໃນເຂຕກະຖິນຄື ແຮມ 1 ຄ່ຳ ຫາ ຂຶ້ນ(ເພັງ) 15ຄ່ຳ, (ທີ່ເຮົາໃຫ້ສັງເກຕງ່າຍໆກໍຄື
ວັນຊ່ວງເຮືອປາກເຊ ຫຼືວຽງຈັນເປັນຕົ້ນໄປຈົນຈົນຮອດ ວັນຕັກບາຕງານບຸນນະມັດສະການພຣະທາຕຫຼວງ
ແມ່ນ ສິ້ນສຸດ ກຳນົດທອດກະຖິນ).
ໃນປັຈຈຸບັນ ມີສັດທາຍາຕໂຍມທັງພຣະສົງ ແລະ
ຄະຣືຫັດຖວາຍຜ້າມະຫາກະຖິນຫຼາຍຂຶ້ນ ບໍ່ວ່າແຕ່ອາຍຸຫຼາຍອາຍຸນ້ອຍ, ລ້ວນແຕ່ມີສັດທາຫຼວງຫຼາຍ,ເພາະກາຣເຮັດກະ ຖິນໃນສມັຍປັຈຈຸບັນ
ມີຄວາມສະດວກສະບາຍຂຶ້ນ ເພາະປັຈຈັບຄືເງິນ ຍາຕໂຍມຫາໄດ້ຫຼາຍຂຶ້ນ, ຍາຕໂຍມມີສັດທາແກ່ກ້າຂຶ້ນ,ຜ້າທີ່ຈະນຳມາເຮັດຜ້າກະຖິນນັ້ນ ກໍຫາງ່າຍຂຶ້ນ,ກາຣທີ່ຈະເຮັດຜ້າກະຖິນດ້ວຍກາຣທີ່ເອົາໄມ້ມາເຮັດເປັນແບບ ໄມ້ສະດຶງຂຶງຜ້າແລ້ວຕັດ
ຫຍິບຍ້ອມໃນມື້ໜຶ່ງວັນດຽວນັ້ນບໍ່ມີແລ້ວ,ວິທີກາຣແບບນັ້ນໄດ້ຍົກເລີກໄປຕັ້ງນານແລ້ວ
ກາຣເຮັດບຸນກະຖິນຂອງຊາວພຸດທົ່ວໄປ ບໍ່ສະເພາະແຕ່ລາວ ຊາວພຸດຕ່າງປະເທດກໍຍົກເລີກແລ້ວ,ກາຣເຮັດບຸນກະຖິນໃນປັຈຈຸບັນນີ້ຍັງຄົງໄວ້ແຕ່ຊື່, ປະເພນີ,ວິທີກັມອັນສຳຄັນໄວ້ ບໍ່ຕ້ອງໃສ່ຂອບໄມ້ສະດຶງ,ເພາະດຽວນີ້ຄົນເຮົາເກັ່ງຂຶ້ນ ການຫັດຖະກັມເກັ່ງຂຶ້ນ
ທີ່ສຳຄັນເຂົາມີຂາຍຕາມທ້ອງຕລາດ.
ບໍ່ເໝືອນສະໄໝພໍ່ແມ່ເຮົາ ກາຣທີ່ວ່າເຮັດກະຖິນຍາກນັ້ນ,ແມ່ນວ່າເພີ່ນຕ້ອງໄດ້ຮີບ ໂຮມເງິນ, ຄຳ, ຜ້າ, ແລະ ບໍຣິວານອື່ນໆເປັນປີ ບາງຄົນກຽມເຮັດບຸນກະຖິນຕັ້ງແຕ່ອາຍຸ